ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN) |
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ບົນພື້ນຖານນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການພົວພັນແບບພິເສດກັບ ລາວ, ບັນດາກະຊວງ, ຂະແໜງການຕ້ອງຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງ, ສັນຍາຮ່ວມມືລະຫວ່າງສອງປະເທດ, ໃນນັ້ນ ມີບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ລາວ ເມື່ອເດືອນ ກໍລະກົດ ແລະ ເດືອນສິງຫາ 2020 ຜ່ານມາ. ພ້ອມກັນນັ້ນ, ກໍ່ສຸມໃສ່ສະເໜີ, ສ້າງທິດທາງການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ; ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ລາວ ເພື່ອຍູ້ແຮງການພົວພັນຕາມທິດມີປະສິດທິຜົນ, ແທດຈິງ, ເສີມຂະຫຍາຍທ່າໄດ້ປຽບຂອງເຮົາຢ່າງແຮງ ແລະ ຍາດແຍ່ງເອົາແຫຼ່ງກຳລັງຈາກພາຍນອກ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕັດສິນໃຈຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ; ພ້ອມທັງມານະພະຍາຍາມກະກຽມໃຫ້ເປັນຢ່າງດີ ເພື່ອຮັບປະກັນໃຫ້ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ ປະສົບຜົນສຳເລັດຢ່າງຈົບງາມ, ໃນນັ້ນ ສູ້ຊົນສ້າງເອກະສານຮ່ວມມືສຳຄັນ ຄື ຍຸດທະສາດການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກນິກ ລະຫວ່າງ ຫວຽດນາມ - ລາວ ໄລຍະ 2021 – 2030 ແລະ ສັນຍາຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025 ໃຫ້ສົມບູນແບບ ເພື່ອຈະໄດ້ລົງນາມໃນໂອກາດນີ້, ສ້າງພື້ນຖານກຳນົດທິດຊຸກຍູ້ການພົວພັນ ຫວຽດນາມ - ລາວ ໃຫ້ສືບຕໍ່ພັດທະນາຢ່າງແຮງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ສາກົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

