ທ່ານພົນຈັດຕະວາ ຫງວຽນຮຸ່ງທັ໊ງ, ຫົວໜ້າເສນາທິການກົມໃຫຍ່ພະລາທິການ, ຫົວໜ້າຄະນະໃຫ້ຮູ້ວ່າ:
ພວກຂ້າພະເຈົ້າຈະເປັນເສນາທິການໃຫ້ແກ່ບັນດາອົງການທີ່ມີໜ້າທີ່ຂອງລາວໃນການສ້າງ, ວາງກຳນົດ ບັນດາແຜນການ ທີ່ກ່ຽວຂ້ອງເຖິງການປ້ອງກັນ, ສະກັດກັ້ນໂລກລະບາດ; ແລກປ່ຽນ, ແບ່ງປັນ, ໃຫ້ຄຳປຶກສາແກ່ບັນດາສະຫາຍ ກ່ຽວກັບຂົງເຂດການແພດປ້ອງກັນໃນ ຂົງເຂດການວິໄຈ, ບົ່ງມະຕິພະຍາດ, ປິ່ນປົວ ໃຫ້ແກ່ບັນດາຜູ້ຕິດເຊື້ອພະຍາດ Covid – 19. ພວກຂ້າພະເຈົ້າຈະພະຍາຍາມຈົນສຸດຄວາມສາມາດຂອງຕົນ ຢາກ ພ້ອມກັບບັນດາກຳລັງຂອງລາວ ເສີມຂະຫຍາຍກຳລັງແຮງສັງລວມ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ມີປະສິດທິຜົນ ແລະ ປະກອບສ່ວນເຫື່ອແຮງເລັກໆນ້ອຍໆຂອງຕົນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ນ້ຳໃຈຄວາມສາມັກຄີແບບພິເສດ, ອາລົມຈິດອັນ ເລິກເຊິ່ງ ແລະ ການຮ່ວມມືຮອບດ້ານໃນທຸກໆໜ້າທີ່ ວຽກງານ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
