ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ການນຳບັນດາປະເທດເຂົ້າຮ່ວມເຫດການ (ພາບ: TTXVN)

ວັນທີ 9 ມິຖຸນາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3) ຢູ່ Nice, ສ.ຝລັ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳໂລກ ໄດ້ເຂົ້າຮ່ວມເຫດການພິເສດເພື່ອລະດົມກຳລັງໃຈ ແລະ ຊຸກຍູ້ວິວັດທະນາການລົງນາມໃນສັນຍາກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ລະບົບຊີວະນາໆພັນທະເລແບບຍືນຍົງ ຢູ່ບໍລິເວນທະເລທີ່ບໍ່ຂຶ້ນກັບສິດອຳນາດແຫ່ງຊາດ (ເອີ້ນຫຍໍ້ວ່າ ສັນຍາກ່ຽວກັບທະເລ), ເຊິ່ງເປັນເອກະສານສຳຄັນທີ່ສຸດກ່ຽວກັບທະເລນັບແຕ່ຕົ້ນສະຕະວັດມາຮອດປັດຈຸບັນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ (ພາບ: TTXVN)

ໃນເຫດການນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມອບເອກະສານໃຫ້ແກ່ຜູ້ຕາງໜ້າ ສປຊ; ພ້ອມທັງແຈ້ງໃຫ້ຊາບເລື່ອງລັດຖະບານ ຫວຽດນາມ ໃຫ້ສັດຕະຍາບັນສັນຍາກ່ຽວກັບທະເລ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດລົງນາມໃນສັນຍາສະບັບນີ້.

ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍ ກ່ຽວຂ້ອງເຖິງສັນຍາກ່ຽວກັບທະເລນີ້ ທັງສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ການກະທຳທີ່ມີຄວາມໝາຍຂອງລັດຖະບານ ຫວຽດນາມ ໃນຄວາມມານພະຍາຍາມລວມຂອງປະຊາຄົມສາກົນໃນການສ້າງມະຫາສະໝຸດສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ Palau Surangel Whipps Jr (ພາບ: VOV)

ວັນທີ 9 ມິຖຸນາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 3 ຂອງ ສປຊ ກ່ຽວກັບມະຫາສະໝຸດ (UNOC 3) ຢູ່ Nice, ປະເທດ ຝລັ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານ Suurangel Whipps Jr ປະທານາທິບໍດີ Palau ແລະ ທ່ານ Jeremiah Manele ນາຍົກລັດຖະມົນຕີ Solomon.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ Jeremiah Manele ນາຍົກລັດຖະມົນຕີ Solomon