ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານຖັງ |
ເຂດວາງສະແດງຮູບພາບ, ວິດີໂອ, ຜະລິດຕະພັນຫັດຖະກຳພື້ນເມືອງ, ອາຫານການກິນ ພ້ອມດ້ວຍຫຼາຍສື່ສິ່ງພິມໂຄສະນາອື່ນໆ ພິເສດ, ຍັງມີບໍລິສັດ Vietnam Airlines ແລະ ວິສາຫະກິດທ່ອງທ່ຽວ 11 ແຫ່ງທີ່ພົ້ນເດັ່ນຂອງ ຮ່າໂນ້ຍ ເຂົ້າຮ່ວມ.
ງານຕະຫຼາດນັດການທ່ອງທ່ຽວສາກົນ Top Resa ແມ່ນເຫດການທ່ອງທ່ຽວປະຈຳປີແຖວໜ້າໂລກ, ເຕົ້າໂຮມກວ່າ 3.000 ຫົວໜ່ວຍທີ່ມາຈາກກວ່າ 100 ປະເທດ. ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານຖັງ ຢັ້ງຢືນວ່າ:
“ປັດຈຸບັນ ຫວຽດນາມ ແມ່ນເດັ່ນກ່ຽວກັບຫຼາຍແງ່ມູມຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄື ອາຊີ - ປາຊີຟິກ. ພວກຂ້າພະເຈົ້າຫວັງວ່າ ຜ່ານງານຕະຫຼາດນັດຄັ້ງນີ້, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຂະຫຍັນຂັນເຄື່ອນຂອງບັນດາບໍລິສັດທ່ອງທ່ຽວ ຫວຽດນາມ ກໍຄື ເພື່ອນມິດຄູ່ຮ່ວມມື, ແຂກທ່ອງທ່ຽວ ຝລັ່ງ ແລະ ສາກົນ ຈະມາ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ, ເພື່ອໃຫ້ທີ່ຕັ້ງ ຫວຽດນາມ ບົນແຜນທີ່ທ່ອງທ່ຽວສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ”.

