ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ວັນທີ 11 ມິຖຸນາ, ໃນຂອບເຂດກອງປະຊຸມມະຫາສະໝຸດຄັ້ງທີ 3 ຂອງ ສປຊ (UNOC 3), ຢູ່ Nice (ຝລັ່ງ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພ້ອມກັບລັດຖະມົນຕີກະຊວງປົກປັກຮັກສາສິ່ງແວດລ້ອມ ແລະ ຫັນເປັນສີຂຽວ ຂອງ Croatia, ທ່ານນາງ Marija Vuckovic ເປັນປະທານຮ່ວມວາລະປຶກສາຫາຫົວເລື່ອງສະເພາະທີ 5 ກ່ຽວກັບການຊຸກຍູ້ການຄຸ້ມຄອງອາຊີບຫາປາ ແບບຍືນຍົງ ລວມມີການໜູນຊ່ວຍຊາວປະມົງຂອບຂະໜາດນ້ອຍ.

ກ່າວຄຳເຫັນກຳນົດທິດການປຶກສາຫາລື,ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ ບັນຫາອາຊີບຫາປາແບບຍືນຍົງ ກ່ຽວຂ້ອງເຖິງ ການປະຕິບັດຫຼາຍເປົ້າໝາຍພັດທະນາແບບຍືນຍົງອື່ນໆ, ແຕ່ກໍ່ແມ່ນບັນຫາທີ່ມີສິ່ງທ້າທາຍຫຼາຍຢ່າງ, ການແກ້ໄຂບັນດາບັນຫານີ້ຕ້ອງມີວິທີການສຳຜັດຢ່າງມີວິທະຍາສາດ, ອີງຕາມສະພາບການຕົວຈິງຂອງແຕ່ລະປະເທດ.

ຢູ່ວາລະປຶກສາຫາລື, ບັນດານັກຮຽນຮູ້, ຜູ້ຕາງໜ້າບັນດາປະເທດລ້ວນແຕ່ຢັ້ງຢືນລະດັບຄວາມສຳຄັນຂອງບັນຫາຄຸ້ມຄອງອາຊີບຫາປາແບບຍືນຍົງ, ຮຽກຮ້ອງເພີ່ມທະວີການຮ່ວມມືໃນບັນດາຂອບເຂດ, ກົນໄກຫຼາຍຝ່າຍຕາມກົດໝາຍສາກົນ, ລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS). ທ່ານ Qu Dongyu ຜູ້ອຳນວຍການອົງການ FAO ໄດ້ຍົກສູງຄວາມສຳຄັນຂອງອາຊີບຫາປາຕໍ່ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ ແລະ ຖື ຫວຽດນາມແມ່ນແບບຢ່າງທີ່ດີໃນການຫັນປ່ຽນອາຊີບຫາປາ ຈາກການຫາປາ ມາເປັນການລ້ຽງປູກ ຢູ່ພາກພື້ນ ອາຊີ.