(ພາບປະກອບ: TTXVN) |
ໃນສະພາບການ ເມຊິກໂກ ເພີ່ມອັດຕາພາສີນຳເຂົ້າສຳລັບບັນດາປະເທດບໍ່ມີສັນຍາການຄ້າເສລີ ( FTA), ຫວຽດນາມພວມກາຍເປັນຄູ່ຮ່ວມມືດ້ານການຄ້າທີ່ມີຄວາມສາມາດບົ່ມຊ້ອນຂອງ ເມຊິກໂກ. ວັນທີ 16 ທັນວາ, ທ່ານ ລືວຫວ້ານຄາງ, ທີ່ປຶກສາຝ່າຍການຄ້າ ຫວຽດນາມ ຢູ່ ເມຊິກໂກ ໄດ້ຢັ້ງຢືນວ່າ: ມີວິສາຫະກິດນຳເຂົ້າ ແລະ ຈຳຫນ່າຍແຖວຫນ້າຫລາຍແຫ່ງຂອງ ເມຊິກໂກ ໄດ້ເຂົ້າມາຫວຽດນາມ ໃນປີນີ້ ເພື່ອຊອກຫາແຫລ່ງສິນຄ້າ, ພິເສດແມ່ນບັນດາປະເພດສິນຄ້າຄື: ໂສ້ງເສື້ອ, ເກີບ, ເຄື່ອງປະລາສະຕິກ ແລະ ເຄື່ອງເຟິນິເຈີ. ນີ້ກໍ່ແມ່ນບັນດາປະເພດສິນຄ້າມີທ່າແຮງຂອງ ຫວຽດນາມ.
ຕາມທ່ານ ລືວຫວ້ານຄາງ ແລ້ວ, ຫວຽດນາມ ແລະ ເມຊີກໂກ ລ້ວນແຕ່ແມ່ນສະມາຊິກຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ (CPTTP) ມີອັດຕາພາສີນຳເຂົ້າບຸລິມະສິດເຊັ່ນດຽວກັນ ສະນັ້ນ ບັນດາວິສາຫະກິດ ຫວຽດນາມ ຄວນຍາດແຍ່ງທ່າໄດ້ປຽບຈາກ FTA ລຸ້ນໃຫມ່ນຳມາໃຫ້ເພື່ອເພີ່ມທະວີການແຊກຊຶມເຂົ້າຕະຫລາດທີ່ມີພົນລະເມືອງ 130 ລ້ານຄົນຂອງ ເມຊິກໂກ.

