ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາ ກັບທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ (ພາບ: VOV)

ໃນຂອບເຂດການຢ້ຽມຢາມອັງກິດຢ່າງເປັນທາງການ, ວັນທີ 29 ຕຸລາ, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ອັງກິດ ທີ່ນະຄອນຫຼວງ ລອນດອນ, ພາຍຫຼັງພິທີຕ້ອນຮັບ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ພົບປະເຈລະຈາ ກັບທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ. ສິ້ນສຸດການພົບປະເຈລະຈາ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຍົກການພົວພັນຄູ່ຮ່ວມມື ຫວຽດນາມ - ອັງກິດຂຶ້ນເປັນຄູ່ຮວມມືຍຸດທະສາດຮອບດ້ານ.

ຢູ່ກອງປະຊຸມສຳມະນາ, ການນຳສອງທ່ານໄດ້ຢັ້ງຢືນວ່າສອງປະເທດມີກຳລັງຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນໄລຍະໃໝ່, ເປັນຕົ້ນແມ່ນໃນການຫັນປ່ຽນເສດຖະກິດ - ພະລັງງານຕາມທິດສີຂຽວ ແລະ ຍືນຍົງ, ພັດທະນາອຸດສາຫະກຳເຕັກໂນໂລຢີດີຈີຕອນ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ ສະແດງຄວາມປາດຖະໜາຢາກພ້ອມກັບ ຫວຽດນາມ ພັດທະນາການພົວພັນສອງຝ່າຍ ຢ່າງຮອບດ້ານ. ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ ກໍ່ເນັ້ນໜັກວ່າ ລັດຖະບານ ອັງກິດພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນວິວັດການປະຕິບັດຄຳໝັ້ນສັນຍາບັນລຸໄດ້ການປ່ອຍອາຍພິດລົງເປັນ 0 (net-zero) ໃນປີ 2050.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບວາງເປົ້າໝາຍເພີ່ມວົງເງິນການຄ້າຂຶ້ນທົບສອງເທົ່າໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ອັງກິດປາດຖະໜາຢາກໃຫ້ຫວຽດນາມ ສະໜັບສະໜູນບັນດາການຮ່ວມມືກ່ຽວກັບການຄ້າເອເລັກໂຕນິກ, ການບໍລິການການເງິນ ໃນຂອບເຂດ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ສິ້ນສຸດການພົບປະເຈລະຈາ, ການນຳສອງທ່ານໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງສອງຝ່າຍຍົກລະດັບການພົວພັນຫວຽດນາມ - ອັງກິດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ.