ທ່ານອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: VOV)

ໃນວັນທີ 12 ແລະ 17 ມິຖຸນາ, ຢູ່ສຳນັກງານ ສປຊ ທີ່ນິວຢອກ, ອາເມລິກາ, ທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ໄດ້ເປັນປະທານກອງປະຊຸມ ດ່ວນພິເສດ (ESS) ເພື່ອປຶກສາຫາລືກ່ຽວກັບສະພາບການປະທະກັນ ແລະ ວິກິດການມະນຸດສະທຳຢູ່ ເຂດກາຊາ. ກອງປະຊຸມໄດ້ຈັດຂຶ້ນພາຍຫຼັງທີ່ມີ1 ປະເທດກຳມະການຖາວອນປະຕິເສດຮ່າງມະຕິວ່າດ້ວຍການຮຽກຮ້ອງຢຸດຍິງ ແລະ ການເຂົ້າເຖິງມະນຸດສະທຳສຳລັບເຂດກາຊາ ຢູ່ສະພາຄວາມໝັ້ນຄົງ ສປຊ ໃນວັນທີ 4 ມິຖຸນາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢັ້ງຢືນຫຼັກໝັ້ນຫຼັກການ ແລະ ຄວາມສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ສຳລັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ປາແລັດສະຕິນ, ຮຽກຮ້ອງຄຳສັ່ງຢຸດຍິງໃນທັນທີ ແລະ ຍືນຍົງໃນທົ່ວເຂດກາຊາ. ຜູ້ຕາງໜ້າ ຫວຽດນາມ ເນັ້ນໜັກລັກສະນະຮີບດ່ວນ ຂອງການຮັບປະກັນການເຄື່ອນໄຫວໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນເຂດກາຊາ ບໍ່ໃຫ້ຖືກກີດຂວາງ ແລະ ຂາດວັກຂາດຕອນ; ຍົກສູງບົດບາດທີ່ບໍ່ສາມາດປ່ຽນແທນໄດ້ຂອງອົງການ ສປຊກ່ຽວກັບການກູ້ຊ່ວຍ ແລະ ວຽກເຮັດງານທຳສຳລັບຜູ້ອົບພະຍົບລີ້ໄພ ປາແລັດສະຕິນ ຢູ່ UNRWA ໃນການສະໜອງການໜູນຊ່ວຍ ແລະ ການບໍລິການທີ່ຈຳເປັນໃຫ້ແກ່ປະຊາຊົນ ປາແລັດສະຕິນ.

ເນື່ອງໃນໂອກາດນີ້, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງຫງວຽນຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນການສະໜັບສະໜູນວິທີການສອງລັດ, ລວມມີການສ້າງລັດ ປາແລັດສະຕິນເອກະລາດ, ມີອະທິປະໄຕ, ບົນພື້ນຖານຂອງເສັ້ນຊາຍແດນກ່ອນປີ 1967, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິກ່ຽວກັບ ສປຊ.