ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ (ພາບ: VOV) |
ທີ່ການພົບປະກັບ ທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ສອງຝ່າຍໄດ້ເນັ້ນໜັກເຖິງໝາກຜົນຂອງບັນດາການຢ້ຽມຢາມ, ການພົບປະຂັ້ນສູງໃນໄລຍະຜ່ານມາ ໄດ້ສ້າງພື້ນຖານເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດມີລັກສະນະແທ້ຈິງ ແລະ ມີປະສິດທິຜົນກ່ວາອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ຈີນ.
ທີ່ການພົບປະກັບ ທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບາງການເຄື່ອນໄຫວຈຸດສຸມຄື: ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ແລະ ການຊ້ອມຮົບຮ່ວມກ່ຽວກັບການກູ້ໄພກູ້ຊີບ ລະຫວ່າງ ກຳປູເຈຍ - ລາວ - ຫວຽດນາມ ຢູ່ລາວ.
ແລະກໍ່ໃນຕອນບ່າຍວັນທີ 18 ກັນຍາ, ທ່ານພົນເອກ ຟານວັນຢາງ ກໍ່ໄດ້ພົບປະກັບ ທ່ານພົນໂທ Álvaro López Miera ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດ ກຸຍບາ, ທ່ານ Chan Chun Sing ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ, ທ່ານພົນເອກ Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ… ເພື່ອແລກປ່ຽນມາດຕະການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ.

