ບັນດາຜູ້ແທນເຂົ້າຮ່ວມການ ໂອ້ລົມສົນທະນາ (ພາບ: TTXVN)

ໂດຍຕອບຮັບຄຳເຊີນຂອງກະຊວງປ້ອງກັນປະເທດ ສ.ເກົາຫຼີ, ແຕ່ວັນທີ 8 – 10 ກັນຍາ, ຄະນະຜູ້ຕາງໜ້າກະຊວງປ້ອງກັນປະເທດ ຫວຽດນາມ ໂດຍ ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການປ້ອງກັນຊາດ ເຊີອູນ ຄັ້ງທີ 14 (SDD-14).

ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ 2 ດ້ວຍຫົວຂໍ້ “ຫຼຸດຜ່ອນຄວາມເຄັ່ງຕຶງການທະຫານ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຍາວນານ” ທີ່ໄດ້ດຳເນີນໃນວັນທີ 9 ກັນຍາ, ທ່ານພົນໂທ ຮວ່າງຊວັນຈຽນ ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນເດີນຕາມນະໂຍບາຍເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ພ້ອມແລ້ວທີ່ຈະເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກປະເທດ. ໃນຂົງເຂດປ້ອງກັນຊາດ, ຫວຽດນາມ ຢຶດໝັ້ນກັບນະໂຍບາຍ “4 ບໍ່”, ຖືຄວາມໂປ່ງໃສດ້ານຂໍ້ມູນການທະຫານ, ການປະຕິບັດຕາມກົດໝາຍສາກົນ ແລະ ຄຳໝັ້ນສັນຍາແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ ເປັນພື້ນຖານເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ. ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຍາວນານ, ທ່ານພົນໂທ ຮວ່າງຊວັນຈຽນ ສະເໜີ 5 ກຸ່ມມາດຕະການ, ໃນນັ້ນ ມີການປະຕິບັດຕາມກົດໝາຍສາກົນ, ເຊີດຊູລັດທິຫຼາຍຝ່າຍ, ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງສາກົນ, ຮັກສາ ແລະ ເປີດກວ້າງການໂອ້ລົມສົນທະນາຍຸດທະສາດໃນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການທູດຢູ່ທຸກຂັ້ນ, ເຄົາລົບນັບຖືຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເພີ່ມທະວີຄວາມໂປ່ງໃສກ່ຽວກັບນະໂຍບາຍ, ຍຸດທະສາດ ແລະ ເຄື່ອນໄຫວດ້ານການທະຫານ, ພ້ອມທັງຍູ້ແຮງການສ້າງບັນດາສາຍໂທລະສັບດ່ວນເພື່ອແກ້ໄຂກໍລະນີສຸກເສີນ.