(ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ)

ວັນທີ 25 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນະຄອນ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດວາລະປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບເດັກນ້ອຍໃນການປະທະກັນດ້ວຍອາວຸດ ດ້ວຍຫົວຂໍ້ “ບັນດາຍຸດທະສາດຢ່າງມີປະສິດທິຜົນ ເພື່ອຢຸດຕິ ແລະ ສະກັດກັ້ນບັນດາການກະທຳລະເມີດຢ່າງຮ້າຍແຮງສຳລັບເດັກນ້ອຍ”. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື ມີຜູ້ຕ່າງໜ້າຂອງຄະນະເລຂາສະຫະປະຊາຊາດ, UNICEF ແລະ ຜູ້ຕາງໜ້າຂອງກວ່າ 90 ປິເທດສະມາຊິກ.

ກ່າວຄຳເຫັນທີ່ວາປຶກສາຫາລືເປີດ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນວ່າ ຫວຽດນາມ ກ່າວປະນາມທຸກການກະທຳໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ຮຽກຮ້ອງຢຸດຕິບັນດາການກະທຳລະເມີດສິດທິເດັກໃນການປະທະກັນດ້ວຍອາວຸດໃນທັນທີ. ທ່ານເນັ້ນໜັກວ່າ, ການປ້ອງກັນສະກັດກັ້ນຕ້ອງແມ່ນບຸລິມະສິດແຖວໜ້າ, ໂດຍສະເພາະແມ່ນແກ້ໄຂການປະທະກັນຢ່າງເຖິງກົກເຖິງປາຍ ແລະ ຫຼຸດຜ່ອນຄວາມສ່ຽງຈາກການໃຊ້ຄວາມຮຸນແຮງສຳລັບເດັກ. ຫວຽດນາມ ເຊີດຊູການປະສານສົນທົບການປົກປ້ອງເດັກໃນທຸກໄລຍະຂອງບັນດາວິວັດທະນາການສັນຕິພາບ ແລະ ຖືນີ້ແມ່ນຈຸດສຸມຂອງບັນດາການເຄື່ອນໄຫວຮັກສາສັນຕິພາບ.