ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres
(ພາບ: VGP)

ພາຍຫຼັງພິທີໄຂໃນຕອນເຊົ້າວັນທີ 25 ຕຸລາ, ວາລະລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ໄດ້ເລີມຕົ້ນ, ສ້າງຂີດໝາຍປະຫວັດສາດເມື່ອບັນດາປະເທດສະແດງຄວາມຕັດສິນໃຈຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ. ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງ ເປັນຜູ້ຕາງໜ້າທຳອິດລົງນາມໃນສົນທິສັນຍາ, ຫຼັງຈາກນັ້ນແມ່ນຜູ້ຕາງໜ້າຂອງ 65 ປະເທດ, ອົງການຈັດຕັ້ງ.

ທີ່ການປະຊຸມຖະແຫຼງຂ່າວສາກົນພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພາຍຫຼັງພິທີລົງນາມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ສະແດງຄວາມເຫັນວ່າ:

“ພິທີເປີດການລົງນາມໃນມື້ນີ້ແມ່ນຂີດໝາຍສຳຄັນໃນການເດີນທາງຮ່ວມຂອງພວກເຮົາ ເພື່ອມຸ່ງໄປເຖິງໂລກດີຈີຕອນທີ່ປອດໄພກວ່າ. ກຳລັງແຮງຢ່າງແທ້ຈິງຂອງສົນທິສັນຍານອນຢູ່ເລື່ອງ ຫັນຄຳໝັ້ນສັນຍາເປັນການກະທຳລະອຽດ. ສົນທິສັນຍານີ້ຕ້ອງໄດ້ໃຫ້ສັດຕະຍາບັນ, ປະຕິບັດຢ່າງມີປະສິດທິຜົນ ແລະ ຄົບຖ້ວນ, ບັນດາຝ່າຍທີ່ເຂົ້າຮ່ວມການລົງນາມຕ້ອງໄດ້ປະຕິບັດໃນແຕ່ລະມື້”.

ໂດຍເນັ້ນໜັກເຖິງຄວາມໝາຍຂອງພິທິລົງນາມສົນທິສັນຍາ, ພ້ອມກັບການເຂົ້າຮ່ວມຂອງການນຳ, ຜູ້ຕາງໜ້າຂັ້ນສູງຂອງປະມານ 110 ປະເທດ, ພ້ອມກັບຫຼາຍອົງການສາກົນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

“ນີ້ແມ່ນຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນ ແລະ ການມອບໜ້າທີ່ໃຫ້ແກ່ ຫວຽດນາມ. ຫວຽດນາມ ຈະປະກອບສ່ວນເຂົ້າໃນບັນດາບັນຫາໃຫຍ່ຂອງທົ່ວໂລກຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ.”