ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ກະສັດ ຈໍແດນ Abdullah II Ibn Al-Hussein

ນີ້ແມ່ນເນື້ອໃນທີ່ໄດ້ນຳສະເໜີຢູ່ໃນການພົບປະລະຫວ່າງ ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ກະສັດ ຈໍແດນ Abdullah II Ibn Al-Hussein, ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 12 ພະຈິກ ທີ່ສຳນັກງານລັດຖະບານ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ພ້ອມທີ່ຈະສ້າງເງື່ອນໄຂໃຫ້ບັນດາກຸ່ມບໍລິສັດໃຫຍ່ຂອງ ຈໍແດນ ມາລົງທຶນໃນຫວຽດນາມ, ພ້ອມທັງ, ໄດ້ສະເໜີໃຫ້ ບັນດາວິສາຫະກິດຂອງສອງປະເທດຄົ້ນຄວ້າຄວາມສາມາດເປັນໄປໄດ້ຂອງການຮ່ວມມື ແລະ ການລົງທຶນຮ່ວມກັນ, ໂດຍສະເພາະແມ່ນໃນຂົງເຂດການພັດທະນາພື້ນຖານໂຄງລ່າງ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ໂທລະຄົມມະນາຄົມ, ກະສິກຳ…, ຊຸກຍູ້ການເຊື່ອມຕໍ່ລະບົບນິເວດ Start-up ແລະ ນະວັດຕະກຳ ລະຫວ່າງສອງປະເທດ.

ນອກນັ້ນ, ການນຳ 2 ທ່ານຍັງໄດ້ປຶກສາຫາລືກ່ຽວກັບມາດຕະການຕ່າງໆ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ ແລະ ກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ສາທາລະນະສຸກ... ອີກດ້ວຍ