(ທີ່ການຕ້ອນຮັບ)

ເນື່ອງໃນໂອກາດເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສຸດຍອດສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80, ສົມທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ, ວັນທີ 21 ກັນຍາ, ຢູ່ນະຄອນ Seattle, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດລັດ Oregon ໂດຍທ່ານ ຫງວຽນບາລົກ, ສະມາຊິກສະພາຕ່ຳ, ປະທານຄະນະກຳມດາທິການພັດທະນາເສດຖະກິດສະພາຕ່ຳລັດ Oregon, ເປັນຫົວໜ້າຄະນະ.

ເມື່ອຕີລາຄາວ່າ Oregon ແມ່ນໜຶ່ງໃນບັນດາສູນວິທະຍາສາດ, ເຕັກໂນໂລຊີ, ເຄິ່ງຊັກນຳໄຟຟ້າ ແລະ ພະລັງງານທົດແທນແຖວໜ້າຂອງ ອາເມລິກາ, ທ່ານປະທານປະເທດ ເນັ້ນໜັກວ່າ ລັດ Oregon ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ. ຫວຽດນາມ ຊົມເຊີຍ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ແລະ ຮາກຖານການບຳລຸງສ້າງຂອງ Oregon ເປີດກວ້າງການຮ່ວມມື, ລົງທຶນ, ຄົ້ນຄວ້າ ແລະ ພັດທະນາຢູ່ ຫວຽດນາມ. ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ທ່ານສະມາຊິກສະພາຕ່ຳ ຫງວຽນບາລົກ ແລະ ບັນດາສະມາຊິກລັດຖະສະພາໃນຄະນະ ສືບຕໍ່ສະໜັບສະໜູນການພົວພັນ 2 ຝ່າຍ ຫວຽດນາມ - ອາເມລິກາ; ສະໜັບສະໜູນ ແລະ ຊຸກຍູ້ໃຫ້ ອາເມລິກາ ຮັບຮູ້ລະບຽບຂໍ້ກຳນົດການຕະຫຼາດຂອງ ຫວຽດນາມ ແລະ ນຳ ຫວຽດນາມ ໃຫ້ອອກຈາກບັນຊີບັນດາປະເທດຈຳກັດການສົ່ງອອກເຕັກໂນໂລຊີສູງ.

ສ່ວນຄະນະສະມາຊິກສະພາແຫ່ງຊາດລັດ Oregon ຢືນຢັນ ຈະສືບຕໍ່ສະໜັບສະໜູນເລື່ອງເປີດກວ້າງການພົວພັນຮ່ວມມືກັບ ຫວຽດນາມ, ພິຈາລະນາຄວາມສາມາດຈັດບັນດາລາຍການສົ່ງເສີມການຄ້າ, ເຊື່ອມຕໍ່ວິຊາການ, ການພົບປະແລກປ່ຽນປະຊາຊົນ, ກໍຄືຕ້ອນຮັບຄະນະຜູ້ແທນທຸກຂັ້ນຂອງ ຫວຽດນາມ ມາຢ້ຽມຢາມລັດ Oregon ໃນໄລຍະຈະມາເຖິງ.