ວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ(ພາບປະກອບ)
|
ສະຖານທູດ ອາກຊັງຕິນ ປະຈຳ ຫວຽດນາມ ແລະ ສະພາການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັນຈັດກອງປະຊຸມສຳມະນາ “ກາລະໂອກາດດຳເນີນທຸລະກິດ ອາກຊັງຕິນ - ຫວຽດນາມ”, ໃນວັນທີ 01 ກໍລະກົດ, ຢູ່ ຮ່າໂນ້ຍ.
ທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ອາກຊັງຕິນ ປະຈຳ ຫວຽດນາມ Marcos Bednarski ໃຫ້ຮູ້ວ່າ, ວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ລື່ນກາຍຕົວເລກ 4 ຕື້ USD ໃນປີ 2024 ແລະ ເພີ່ມຂຶ້ນ 67,1% ພຽງໃນ 5 ເດືອນຕົ້ນປີ 2025.
ສ່ວນຝ່າຍ ຫວຽດນາມ, ທ່ານ ຫງວຽນກວາງວິງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຢືນຢັນວ່າ:
“ອະນາຄົດຊີ້ໃຫ້ເຫັນການຮ່ວມມືດຳເນີນທຸລະກິດລະຫວ່າງບັນດາວິສາຫະກິດ ຫວຽດນາມ ແລະ ອາກຊັງຕິນ ແມ່ນຍັງມີຫຼາຍຢູ່ ແລະ ມີຫຼາຍໂອກາດທີ່ດີເພື່ອບັນລຸລະດັບເຕີບໂຕ ແລະ ພັດທະນາ. ຫວຽດນາມ ຍັງແມ່ນປະຕູຊ່ວຍໃຫ້ບັນດາວິສາຫະກິດ ອາກຊັງຕິນ ເຊື່ອມໂຍງເຂົ້າກັບລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າ ແລະ ພິເສດແມ່ນພາກພື້ນ ອາຊຽນ. ກໍ່ຄື ອາກຊັກຕິນ ແມ່ນປະຕູເພື່ອໃຫ້ວິສາຫະກິດ ຫວຽດນາມ ສາມາດແຊກຊຶມເຂົ້າຕະຫຼາດ Mercosur, ເຊິ່ງແມ່ນຕະຫຼາດໃຫຍ່ທີ່ສຸດຢູ່ ອາເມລິກາໃຕ້”.

