ທ່ານ ເລຮວ່າຍຈຸງ, ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ພາວເຊິນ ປານາປາ, ລັດຖະມົນຕີກະຊວງການຕ່າງປະເທດ, ແຮງງານ ແລະ ການຄ້າ ຕູວາລູ(ພາບ: ກະຊວງການຕ່າງປະເທດ)
|
ວັນທີ 24 ກັນຍາ, ຕາມເວລາທ້ອງຖິ່ນ, ຢູູ່ສຳນັກງານຄະນະຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສະຫະປະຊາຊາດ ທີ່ນິວຢອກ, ທ່ານ ເລຮວ່າຍຈຸງ, ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ພາວເຊິນ ປານາປາ, ລັດຖະມົນຕີກະຊວງການຕ່າງປະເທດ, ແຮງງານ ແລະ ການຄ້າ ຕູວາລູ ໄດ້ເຊັນແຈ້ງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຕູວາລູ.
ການເຊັນແຈ້ງການຮ່ວມຄັ້ງນີ້, ຫວຽດນາມ ໄດ້ກາຍເປັນ ໜຶ່ງ ໃນ ຈຳນວນໜ້ອຍ ຂອງບັນດາປະເທດໃນໂລກ ໄດ້ສ້າງຕັ້ງສາຍພົວພັນການທູດກັບ ທຸກປະເທດສະມາຊິກຂອງ ສະຫະປະຊາຊາດ ( ປະຈຸບັນມີ 193 ປະເທດ ). ພາຍຫຼັງ ພິທີເຊັນ, ທ່ານ ເລຮວ່າຍຈຸງ, ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພາວເຊິນ ປານາປາ, ລັດຖະມົນຕີກະຊວງການຕ່າງປະເທດ, ແຮງງານ ແລະ ການຄ້າ ຕູວາລູ ໄດ້ແລກປ່ຽນກ່ຽວກັບບັນດາທິດທາງຊຸກຍູ້ການພົວພັນສອງຝ່າຍ ໃນໄລຍະຈະມາເຖິງ. ສອງຝ່າຍ ຢືນຢັນວ່າ ການເຊັນແຈ້ງການຮ່ວມ ເປັນຂີດໝາຍປະຫວັດສາດ, ເປັນພື້ນຖານໃຫ້ການພົວພັນຮ່ວມມື ລະຫວ່າງສອງປະເທດ; ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນເພື່ອຊຸກຍູ້ບັນດາກິດຈະກຳ ການຮ່ວມມື ໂດຍສະເພາະແມ່ນຢູ່ໃນບັນດາຂົງເຂດທີ່ສອງຝ່າຍ ມີຄວາມສາມາດບົ່ມຊ້ອນເຊັ່ນ: ເສດຖະກິດທະເລ, ການທ່ອງທ່ຽວ, ການສຶກສາ. ສອງຝ່າຍ ກໍ່ເຫັນດີເປັນເອກະພາບຈະປະສານສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີພະຫຸພາຄີ ທີ່ສອງປະເທດເປັນສະມາຊິກ.

