ທີ່ການການພົບປະສົນທະນາ(ພາບ: qdnd.vn)
|
ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມງານວາງສະແດງການບິນສາກົນ Dubai Airshow 2025 ຢູ່ ສະຫະລັດອາຣັບເອັມມີເຣດ (UAE), ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບ ທ່ານພົນຕີ Ibrahim Nasser Al-Alawi, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ UAE.
ຢູ່ທີ່ນີ້, ທ່ານພົນໂທ ຮວ່າງຊວັນຈຽນ, ສະເໜີໃຫ້ 2 ຝ່າຍເພີ່ມທະວີການທາບທາມຄວາມເຫັນດ້ານປ້ອງກັນຊາດ, ຈັດການໂອ້ລົມສົນທະນາດ້ານນະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ຊຸກຍູ້ການລົງນາມໃນບົດບັນທຶກການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ; ເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ; ພ້ອມກັນນັ້ນ, ທ່ານກໍ່ສະເໜີໃຫ້ກະຊວງປ້ອງກັນປະເທດ UAE ເອົາໃຈໃສ່ຊຸກຍູ້ການສ້າງຕັ້ງຫ້ອງການທີ່ປຶກສາຝ່າຍທະຫານ ຫວຽດນາມ ປະຈຳ UAE. ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວັນຈຽນ ກໍ່ໄດ້ເຊື້ອເຊີນ ທ່ານພົນຕີ Ibrahim Nasser Al-Alawi, ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ UAE ໄປຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມງານວາງສະແດງການປ້ອງກັນຊາດສາກົນ ຫວຽດນາມ, ເຊິ່ງຄາດວ່າ ຈະຈັດຂຶ້ນໃນທ້າຍປີ 2026 ຢູ່ ຮ່າໂນ້ຍ.
ສ່ວນທ່ານພົນຕີ Ibrahim Nasser Al-Alawi ເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນ, ຊຸກຍູ້ການຮ່ວມມື. ທ່ານກໍ່ໄດ້ຮັບຮູ້ບັນດາເນື້ອໃນທີ່ ທ່ານພົນໂທ ຮວ່າງຊວັນຈຽນ ໄດ້ເຕື້ອງເຖິງ ແລະ ໃຫ້ຮູ້ວ່າ ຈະຕັ້ງໜ້າຊຸກຍູ້, ຫັນບັນດາເນື້ອໃນເຊິ່ງການນຳ 2 ຝ່າຍໄດ້ແລກປ່ຽນ ເປັນອັນລະອຽດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

