(ທ່ານ ໂດ້ຫວຽດເຟືອງ, ຫົວໜ້າສຳນັກງານຕ່າງໜ້າການຄ້າ ຫວຽດນາມ ປະຈຳ ກຳປູເຈຍ)

ຕາມບົດລາຍງານທາງການຂອງລັດຖະບານລາຊະອາຈັກ ກຳປູເຈຍ ທີ່ຫາກໍ່ປະກາດແລ້ວ, ວົງເງິນການຄ້າລະຫວ່າງ ກຳປູເຈຍ ກັບບັນດາປະເທດສະມາຊິກ ອາຊຽນ ບັນລຸເກືອບ 11 ຕື້ USD ໃນໄລຍະ 8 ເດືອນຂອງປີ 2025, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ກຳປູເຈຍ ໃນ ອາຊຽນ.

ທ່ານ ໂດ້ຫວຽດເຟືອງ, ຫົວໜ້າສຳນັກງານຕ່າງໜ້າການຄ້າ ຫວຽດນາມ ປະຈຳ ກຳປູເຈຍ ໃຫ້ຮູ້ວ່າ ຄວາມສາມາດບົ່ມຊ້ອນດ້ານການຄ້າລະຫວ່າງ 2 ປະເທດແມ່ນໃຫຍ່ຫຼວງທີ່ສຸດ.

“ຫວັງວ່າ, ດ້ວຍຄວາມເອົາໃຈໃສ່ໜູນຊ່ວຍຂອງທຸກຂະແໜງການ, ຄວາມມານະພະຍາຍາມ, ຄວາມຕັດສິນໃຈຄອງຕະຫຼາດຂອງບັນດາວິສາຫະກິດ ຫວຽດນາມ, ໃນໄລຍະຈະມາເຖິງນີ້, ສິນຄ້າຂອງ ຫວຽດນາມ ຈະນັບມື້ນັບມີຫຼາຍຢູ່ ກຳປູເຈຍ, ແລະ ນຳມາເຊິ່ງການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການພົວພັນດ້ານການຄ້າ 2 ຝ່າຍລະຫວ່າງ 2 ປະເທດ, ຖືກກັບຄວາມຫວັງຂອງການນຳ 2 ຝ່າຍແມ່ນຈະບັນລຸລະດັບ 20 ຕື້ USD ໂດຍໄວໃນໄລຍະຈະມາເຖິງ”.