ທ່ານ ຫງວຽນດັງທັງ, ຫົວໜ້າກົມກົດໝາຍ ແລະ ສົນທິສັນຍາສາກົນ
(ພາບ: TTXVN)

ແຕ່ວັນທີ 02 – 13 ທັນວາ, ຢູ່ນະຄອນ ລາໄຮ, ປະເທດ ໂຮນລັງ, ສານຍຸຕິທຳສາກົນ (ICJ) ໄດ້ຈັດວາລະສະເໜີໂດຍກົງ ເພື່ອຮັບຟັງທັດສະນະຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນກ່ຽວກັບໜ້າທີ່ຄວາມຮັບຜິດຊອບຂອງປະເທດຊາດ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ວັນທີ 12 ທັນວາ, ທ່ານ ຫງວຽນດັງທັງ, ຫົວໜ້າກົມກົດໝາຍ ແລະ ສົນທິສັນຍາສາກົນ (ກະຊວງການຕ່າງປະເທດ ຫວຽດນາມ), ໄດ້ສະເໜີທັດສະນະຕໍ່ ICJ, ເນັ້ນໜັກເຖິງໜ້າທີ່ຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ຢືນຢັນວ່າ, ບັນດາປະເທດມີພັນທະສະກັດກັ້ນຄວາມເສຍຫາຍຫຼາຍພໍສົມຄວນຕໍ່ລະບົບດິນຟ້າອາກາດ, ການຮ່ວມມືກັບສາກົນ ແລະ ເຄົາລົບຫຼັກການ “ໜ້າທີ່ລວມແຕ່ມີຄວາມແຕກຕ່າງ” ໃນເລື່ອງກຳນົດພັນທະຂອງບັນດາປະເທດ. ຫວຽດນາມ ເນັ້ນໜັກວ່າ, ທຸກປະເທດລ້ວຍແຕ່ມີໜ້າທີ່ຄວາມຮັບຜິດຊອບລວມໃນການຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ; ສະເໜີໃຫ້ບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນການປ່ຽນແປງຂອນດິນຟ້າອາກາດ, ພິເສດແມ່ນບັນດາປະເທດພວມພັດທະນາ, ຕ້ອງໄດ້ຮັບການປະກອບຄຳເຫັນກຳນົດຄວາມຕ້ອງການ ແລະ ຜັນຂະຫຍາຍບັນດາມາດຕະການແກ້ໄຂ.