(ທີ່ກອງປະຊຸມ) |
ວັນທີ 06 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໃນຖານະເປັນປະທານທີ່ແຕ່ງຕັ້ງຂອງກອງປະຊຸມສຳຫຼວດກວດຄືນຕີລາຄາສົນທິສັນຍາບໍ່ແຜຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 11, ໄດ້ເປັນປະທານກອງປະຊຸມບໍ່ເປັນທາງການຄັ້ງທຳອິດກັບບັນດາປະເທດສະມາຊິກຂອງສົນທິສັນຍາ. ເຫດການເພື່ອແນໃສ່ແລກປ່ຽນເບື້ອງຕົ້ນກ່ຽວກັບການກຳນົດທິດ, ບຸລິມະສິດ ແລະ ວິວັດທະນາການໃຫ້ຄຳປຶກສາກະກຽມໃຫ້ກອງປະຊຸມສຳຫຼວດກວດຄືນຕີລາຄາ NPT ຄາດວ່າຈະຈັດຂຶ້ນໃນເດືອນ ເມສາ 2026.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ເນັ້ນໜັກວ່າ, ເລື່ອງຮັບດຳລົງຕຳແໜ່ງປະທານກອງປະຊຸມສຳຫຼວດກວດຄືນຕີລາຄາ NPT ແມ່ນໜ້າທີ່ສຳຄັນ, ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ວິວັດທະນາການ NPT ເວົ້າສະເພາະ ແລະ ບັນດາຄວາມມານະພະຍາຍາມຫຼຸດຜ່ອນກຳລັງອາວຸດ, ຕ້ານການເຜີຍແຜອາວຸດນິວເຄຼຍເວົ້າລວມ. ທ່ານຖືວ່າ, ໃນສະພາບການສາກົນທີ່ຫຍຸ້ງຍາກຄືໃນປະຈຸບັນ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ, ແຕ່ກໍ່ເປີດໂອກາດເພື່ອຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນຍິ່ງດັ່ງກ່າວ. ທ່ານຮຽກຮ້ອງໃຫ້ບັນດາປະເທດເສີມຂະຫຍາຍຈິດໃນສ້າງສັນ, ຮ່ວມມື ເພື່ອປັບປຸງບັນດາລະບອບລະບຽບການຫຼຸດຜ່ອນກຳລັງອາວຸດ, ຕ້ານການເຜີຍແຜອາວຸດນິວເຄຼຍໃນທົ່ວໂລກ.

