ໃນລະຫວ່າງວັນທີ 09 – 10 ກັນຍາ, ຢູ່ Port Dickson, ປະເທດ ມາເລເຊຍ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ, ອາຊຽນ + 3 (APT) ແລະ ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ເພື່ອກວດກາຄືນວຽກງານກະກຽມໃຫ້ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທັງໝົດ ທີ່ຈະຈັດຂຶ້ນໃນເດືອນ ຕຸລາ 2025, ຢູ່ ກົວລາລຳເປີ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄຳເຫັນປະກອບສຳລັບຫຼາຍຢ່າງເຂົ້າໃນບັນດາກອງປະຊຸມ.

ທີ່ບັນດາກອງປະຊຸມ, ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ ຢືນຢັນວ່າ, ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນກັບປະທານ ອາຊຽນ 2025 ມາເລເຊຍ, ບັນດາປະເທດສະມາຊິກ ອາຊຽນ ແລະ ຄູ່ຮ່ວມມື ປະກອບສ່ວນເຂົ້າຜົນສຳເລັດລວມຂອງບັນດາກອງປະຊຸມຂັ້ນສູງໃນເດືອນ ຕຸລາ ຈະມາເຖິງ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັກສາຄວາມສາມັກຄີ, ປັບປຸງບົດບາດໃຈກາງ ແລະ ນຳພາຂອງ ອາຊຽນ ຢູ່ພາກພື້ນ, ຮັບມືກັບບັນດາຄວາມໝັ້ນຄົງແບບເກົ່າ ແລະ ການປອດການສື່ສານທີ່ຫາກໍ່ພົ້ນເດັ່ນ. ທ່ານກໍ່ສະເໜີຫຼາຍມາດຕະການເພື່ອຊຸກຍູ້ການຮ່ວມມື ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ພິເສດແມ່ນການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ເຊື່ອມຕໍ່, ວິທະຍາສາດເຕັກໂນໂລຊີ, ການຫັນເປັນພະລັງງານ…