(ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ)

ຕາມການຄາດຄະເນຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວ, ການສົ່ງອອກໃນໄລຍະ 6 ເດືອນຕົ້ນປິ 2025 ບັນລຸລະດັບເຕີບໂຕປະມານ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ລະອຽດແມ່ນ, ວົງເງິນສົ່ງອອກ - ນຳເຂົ້າໃນ 6 ເດືອນຕົ້ນປີຄາດວ່າບັນລຸປະມານ 426 – 430 ຕື້ USD, ເພີ່ມຂຶ້ນປະມານ 15,5 – 15,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ວົງເງິນສົ່ງອອກຄາດວ່າບັນລຸປະມານ 215 – 217 ຕື້ USD, ເພີ່ມຂຶ້ນປະມານ 13,8 – 14%, ວົງການນຳເຂົ້າຄາດວ່າບັນລຸປະມານ 211 – 213 ຕື້ USD, ເພີ່ມຂຶ້ນປະມານ 17 – 17,2%. ການສົ່ງອອກເກີນດຸນຄາດວ່າບັນລຸ 3,4 – 4 ຕື້ USD.

ຕາມທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວ, ບັນດາຕົວເລກດັ່ງກ່າວແມ່ນບັນລຸ ແລະ ລືນກາຍແຜນການທີ່ລັດຖະບານໄດ້ວາງອອກໂດຍພື້ນຖານ, ພ້ອມກັນນັ້ນ ແມ່ນກຳລັງໜູນຊຸກຍູ້ສຳຄັນໃຫ້ແກ່ແຜນການສົ່ງອອກເຕີບໂຕໃນ 6 ເດືອນທ້າຍປີ ກໍຄືທັງປີ 2025, ດ້ວຍເປົ້າໝາຍແມ່ນສົ່ງອອກທັງປີບັນລຸກວ່າ 450 ຕື້ USD.

“ດ້ວຍເລື່ອງເປີດກວ້າງຕະຫຼາດ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ຍາມໃດກໍ່ແມ່ນໜ້າທີ່ຈຸດສຸມ. ໃນນັ້ນ, ຫວຽດນາມ ກໍ່ຕ້ອງກຽມພ້ອມຊອກຫາ ແລະ ກະກຽມເພື່ອສາມາດດຳເນີນການເຈລະຈາບັນດາສັນຍາການຄ້າເສລີກັບພາກພື້ນຈຳນວນໜຶ່ງ, ຄື: ອາຊີໃຕ້, ຕາເວັນອອກກາງ, ອາຟະລິກາ, ອາເມລິກາລາຕິງ… ນີ້ແມ່ນບັນດາບໍລິເວນມີຈຳນວນພົນລະເມືອງຫຼາຍພໍສົນຄວນ, ກໍຄືຄວາມຕ້ອງການບໍລິໂພກບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ.”