(ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

ວັນທີ 30 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ ໄດ້ຈັດກອງປະຊຸມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດກ່ຽວກັບສະພາບການຂອງຊາວມຸດສະລິມ ແລະ ບັນດາຊົນເຜົ່າສ່ວນໜ້ອຍອື່ນໆຢູ່ ມຽນມາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການໃຊ້ຄວາມຮຸນແຮງ, ຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະ ຄວາມຫຍຸ້ງຍາກດ້ານມະນຸດສະທຳເກີດຂຶ້ນເປັນຫຼາຍປີຜ່ານມາຢູ່ ມຽນມາ, ທ່ານຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຢຸດຕິການໃຊ້ຄວາມຮຸນແຮງ ແລະ ກ້າວໄປເຖິງຄຳສັ່ງຢຸດຍິງຢ່າງຮອບດ້ານ, ຍືນຍົງໂດຍໄວ.

ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ ຢືນຢັນວ່າ ທຸກມາດຕະການແກ້ໄຂໃຫ້ແກ່ວິກິດການຢູ່ ມຽນມາ ຕ້ອງຮັບປະກັນຄວາມເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນປະເທດນີ້, ພ້ອມກັນນັ້ນ ຮຽກຮ້ອງເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ ອາຊຽນ ແລະ ສະຫະປະຊາຊາດ. ອີກເທື່ອໜຶ່ງ, ຫວຽດນາມ ຢືນຢັນຄຳໝັ້ນສັນຍາປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີບັນດາຄວາມມານະພະຍາຍາມລວມເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການສົນທະນາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ.