ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ກ່າວຄຳເຫັນທີ່ວາລະປຶກສາຫາລື
(ພາບ: TTXVN)

ໃນລະຫວ່າງວັນທີ 10 – 12 ທັນວາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ (ອາເມລິກາ), ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ໄດ້ຈັດວາລະປຶກສາຫາລືຄົບຄະນະປະຈຳປີກ່ຽວກັບມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ຊຸກຍູ້ຄວາມເຄົາລົບ UNCLOS ໃນແຕ່ລະຂົງເຂດຮ່ວມມືທາງທະເລຢ່າງລະອຽດ; ທ່ານຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນບັນດາການເຄື່ອນໄຫວດ້ານເສດຖະກິດທະເລໃນຍຸດທະສາດຮັບປະກັນການເຕີບໂຕ ແລະ ການພັດທະນາແບບຍືນຍົງຂອງ ຫວຽດນາມ.

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ສະແດງຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຫຼາຍຢ່າງ, ເຫດການສ້າງຄວາມເຄັ່ງຕຶງໃນສະພາບຕົວຈິງຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ ສົ່ງຜົນສະທ້ອນເຖິງສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ, ໄປຝືນກັບບັນດາຂໍ້ກຳນົດຂອງ UNCLOS. ທ່ານໄດ້ເນັ້ນໜັກເຖິງຫຼັກໝັ້ນຂອງ ຫວຽດນາມ ແມ່ນສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS. ຍາມໃດ ຫວຽດນາມ ກໍ່ເຄົາລົບສິດຂອງບັນດາປະເທດຢູ່ແຄມທະເລ ໃນການປະກາດກົດໝາຍວ່າດ້ວຍທະເລຂອງ ຫວຽດນາມ ແມ່ນສອດຄ່ອງກັບ UNCLOS, ພ້ອມທັງ ຮຽກຮ້ອງການເຄົາລົບອະທິປະໄຕ ແລະ ບັນດາສິດຜົນປະໂຫຍດຢ່າງຊອບທຳຂອງບັນດາປະເທດແຄມທະເລ.