(ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິນຫວູ ຕອບສຳພາດຕໍ່ສື່ມວນຊົນ)

ພິທີເປີດການລົງນາມ ແລະ ກອງປະຊຸມສຸດຍອດສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ (ສົນທິສັນຍາ ຮ່າໂນ້ຍ) ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ຫຼາຍໝາກຜົນທີ່ລື່ນກາຍຄາດໝາຍທີ່ຄິດໄວ້. ເຫດການໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 2.500 ທ່ານທີ່ມາຈາກ 110 ປະເທດ, 150 ອົງການຈັດຕັ້ງສາກົນ, ພາກພື້ນ ແລະ ເອກະຊົນ, ພ້ອມກັບ 50 ອົງການຄົ້ນຄວ້າ. ຕົວເລກດັ່ງກ່າວແມ່ນລື່ນກາຍການຄາດຄະເນຂອງຄະນະຈັດຕັ້ງ, ສະແດງໃຫ້ເຫັນຄວາມສົນໃຈຢ່າງເລິກເຊິ່ງ, ກວ້າງຂວາງຂອງປະຊາຄົມສາກົນຕໍ່ເຫດການທີ່ເປັນຄັ້ງທຳອິດໄດ້ຈັດຂຶ້ນຢູ່ ຫວຽດນາມ.

ຕາມທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິນຫວູ ແລ້ວ, ສົນທິສັນຍາ ຮ່າໂນ້ຍ ມີຄວາມໝາຍສຳຄັນພິເສດໃນສະພາບຄວາມໝັ້ນຄົງທາງໄຊເບີພວມແມ່ນບັນຫາທົ່ວໂລກ. ທ່ານເນັ້ນໜັກວ່າ:

“ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດພິທີເປີດລົງນາມສົນທິສັນຍາວ່າດ້ວຍການທີ່ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ຍັງປະກອບສ່ວນຍົກສູງທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ. ຜ່ານການເປັນເຈົ້າພາບຈັດພິທີລົງນາມສົນທິສັນຍາຢ່າງສຳເລັດຜົນນັ້ນ, ຫວຽດນາມ ໄດ້ປະຕິບັດແຜນນະໂຍບາຍຂອງພັກ, ລັດ ແມ່ນ ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ, ຫາກຍັງຄ່ອຍໆສວມບົດບາດນຳພາ ແລະ ກຳນົດບັນດາເນື້ອໃນສຳຄັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນ ມີບັນຫາກຳນົດທິດອະນາຄົດດີຈີຕອນ ແລະ ສ້າງບັນດາຂອບເຂດການຮ່ວມມືກ່ຽວກັບການຄຸ້ມຄອງດີຈີຕອນຢ່າງເລິກເຊິ່ງກວ້າງຂວາງກວ່າ”.