ຫວຽດນາມ ນັບມື້ນັບປະກອບສ່ວນສຳຄັນເຂົ້າໃນການກຳນົດທິດໃນອະນາດຄົດຂອງປັນຍາປະດິດ (AI), ຂົງເຂດທີ່ມີຜົນສະທ້ອນຢ່າງເລິກເຊິ່ງເຖິງເສດຖະກິດ ແລະ ໂຄງສ້າງສັງຄົມທົ່ວໂລກ. ນີ້ແມ່ນຂໍ້ສັງເກດຂອງທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Amandeep Singh Gill, ທີ່ໄດ້ຍົກອອກມາທີ່ກອງປະຊຸມສຳມະນາສາກົນ “ໂອ້ລົມສົນທະນາກ່ຽວກັບການຄຸ້ມຄອງບໍລິຫານປັນຍາປະດິດ”, ຈັດຂຶ້ນໃນຕອນບ່າຍວັນທີ 05 ມັງກອນ, ຢູ່ ຮ່າໂນ້ຍ.
ເນັ້ນໜັກເຖິງບົດບາດສຳຄັນຂອງ ຫວຽດນາມ ໃນການສ້າງບັນດາຫຼັກການທົ່ວໂລກກ່ຽວກັບ AI, ທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Amandeep Singh Gill ຖືວ່າ, ບໍ່ຄວນຖືກຕັດສິນໂດຍ 2 – 3 ປະເທດ ແລະ ສະຫະປະຊາຊາດຈະແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ປະກອບຄຳເຫັນສ້າງຫຼັກການທົ່ວໂລກໃຫ້ແກ່ AI. ຕາມທ່ານແລ້ວ, ເລື່ອງເຂົ້າຮ່ວມບັນດາຂໍ້ລິເລີມທົ່ວໂລກ ບໍ່ພຽງແຕ່ຊ່ວຍໃຫ້ ຫວຽດນາມ ຮ່ຳຮຽນເອົາຈາກບັນດາປະເທດພັດທະນາເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອແບ່ງປັນບົດຮຽນ, ຂໍ້ລິເລີມກ່ຽວກັບຂັ້ນຕອນການຄຸ້ມຄອງບໍລິຫານ AI ນຳອີກ.
