ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ-ການຄ້າຫວຽດນາມ ສົມທົບກັບ ສະຖານທູດຫວຽດນາມປະຈຳຕວກກີ ແລະ ຄະນະກຳມະການເສດຖະກິດການຕ່າງປະເທດ ຕວກກີ ຫາກໍ່ໄດ້ຈັດຕັ້ງ ກອງປະຊຸມສຳມະນາອອນໄລ ‘’ການຮ່ວມມືຮາລານ ລະຫວ່າງ ຫວຽດນາມ ແລະ ຕວກກີ: ສະພາບຕົວຈິງ ແລະ ແງ່ຫວັງ’’. ເຂົ້າຮ່ວມກອງປະຊຸມສຳມະນາ ມີຕາງໜ້າຈາກບັນດາອົງການທີ່ມີໜ້າທີ່ ແລະ ຫຼາຍພາກສ່ວນວິສາຫະກິດ ຂອງສອງປະເທດ.

ບັນດາຄຳເຫັນຢູ່ກອງປະຊຸມສຳມະນາໄດ້ໃຫ້ຮູ້ວ່າ ການແຊກຊຶມເຂົ້າທ້ອງຕະຫຼາດ ຕຸລະກີ ຕ້ອງສ້າງກົນໄກເພື່ອຈັດຕັ້ງການຢັ້ງຢືນ ຮາລານ ຂອງສອງປະເທດ ຮັບຮູ້ເຊິ່ງກັນແລະກັນ; ພ້ອມກັນນັ້ນກໍ່ຈັດຕັ້ງບັນດາຊຸດເຝິກອົບຮົມ ແລະ ແບ່ງປັນປະສົບການ ກ່ຽວກັບ ມາດຕະຖານ ຮາລານ ສາກົນ ໃຫ້ບັນດາວິສາຫະກິດ ກໍຄື ບັນດາສະຫະກອນ.

ລັດຖະບານຫວຽດນາມໄດ້ຈັດຕັ້ງຜັນຂະຫຍາຍຫຼາຍໂຄງການຊ່ວຍເຫຼືອວິສາຫະກິດຍົກສູງກຳລັງຄວາມສາມາດການຜະລິດ, ມາດຕະຖານຄຸນນະພາບ ແລະ ການຢັ້ງຢືນ ຮາລານ, ພ້ອມດຽວກັນນັ້ນ, ກໍ່ຕັ້ງໜ້າສົມທົບກັບ ບັນດາອົງການຈັດຕັ້ງສາກົນ ເພື່ອສ້າງຄວາມສະດວກໃຫ້ສິນຄ້າຂອງຫວຽດນາມ ແຊກຊຶມເຂົ້າທ້ອງຕະຫຼາດ ບັນດາປະເທດຖືສາສະໜາອິດສະລາມ. ຫວຽດນາມກຳລັງຄ່ອຍໆປະກົດຂຶ້ນ ລະບົບນິເວດ ຮາລານ ທີ່ສົມບູນແບບ, ບໍ່ພຽງແຕ່ຮັບໃຊ້ການສົ່ງອອກໄປຍັງບັນດາປະເທດສາສະໜາອິດສະລາມ ແຕ່ຍັງມຸ່ງໄປເຖິງການສ້າງ ຫວຽດນາມ ກາຍເປັນສູນກາງຜະລິດ, ປຸງແຕ່ງ ແລະ ການບໍລິການ ຮາລານ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ອີກດ້ວຍ.