![]() ຫົວໜ້າສະຖານກົງສູນໃຫຍ່ 10 ປະເທດ ຮ້ອງບົດເພງ ອາຊຽນ
|
(vovworld) – ວັນທີ 27/2, ຢູູ່ສຳນັກງານຂອງສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ຮົງກົງ ຢູ່ເຂດບໍລິຫານພິເສດ ຮົງກົງ (ປະເທດຈີນ) ໄດ້ຈັດຕັ້ງ “ວັນ ອາຊຽນ 2016” ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ການທູດ ພ້ອມກັບຄອບຄົວຂອງຫົວໜ້າສະຖານກົງສູນໃຫຍ່ 10 ປະເທດ ອາຊຽນ ປະຈຳ ຮົງກົງ. ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຮົງກົງ ແລະ ມາເກົາ, ທ່ານ ຮ່ວາງຈີ໋ຈູງ, ພ້ອມກັບພັນລະຍາ ນຳໜ້າຄະນະພະນັກງານ, ພາລະກອນສະຖານກົງສູນໃຫຍ່ ຫວຽດນາມ ເຂົ້າຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫົວໜ້າສະຖານກົງສູນໃຫຍ່ ຮ່ວາງຈີ໋ຈູງ ຖືວ່າ: “ວັນ ອາຊຽນ 2016” ແມ່ນການເຄື່ອນໄຫວມີຄວາມໝາຍ, ພິເສດແມ່ນໃນສະພາບ ອາຊຽນ ຫາກໍ່ສ້າງຕັ້ງ ປະຊາຄົມ ອາຊຽນ ເມື່ອທ້າຍປີ 2015. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາເຈົ້າໜ້າທີ່ການທູດບັນດາປະເທດ ອາຊຽນ ພົບປະແລກປ່ຽນ, ຜ່ານນັ້ນເພີ່ມນຳ້ໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ພ້ອມກັບມຸ່ງໄປເຖິງ ອາຊຽນ ສາມັກຄີ ແລະ ວັດຖະນາຖາວອນ. ດ້ວຍການເຄື່ອນໄຫວພົບປະແລກປ່ຽນ, ສະແດງວັດທະນະທຳ ສິລະປະ ທີ່ອຸດົມສົມບູນຂອງ “ວັນ ອາຊຽນ 2016”, ນະທີ່ນີ້, ແຕ່ລະປະເທດ ອາຊຽນ ລ້ວນແຕ່ສາມາດໂຄສະນາພາດພົດປະເທດຊາດ ແລະ ປະຊາຊົນຂອງຕົນ, ກໍຄືແນະນຳເຖິງເພື່ອນມິດ ອາຊຽນ ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດຕົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

