ບັນຍາກາດກອງປະຊຸມກອງປະຊຸມຄັ້ງທີ 69 ສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ ໃນວັນທີ 15/9/2025 (ພາບ: THX/TTXVN)

ໜັງສືພິມ Ahram Online ສະບັບອອກວັນທີ 19 ກັນຍາ (ຕາມເວລາທ້ອງຖິ່ນ) ໄດ້ໃຫ້ຂ່າວໃນກອງປະຊຸມຄັ້ງທີ 69 ສະມັດຊາໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ທີ່ດຳເນີນຢູ່ ວຽນ ນັ້ນ, ໄດ້ຮັບຮອງເອົາມະຕິວ່າດ້ວຍການນຳໃຊ້ບັນດາກົນໄກຕິດຕາມກວດກາຂອງອົງການ IAEA ຢູ່ຕາເວັນອອກກາງ ດ້ວຍບັດສະໜັບສະໜູນກວມເປັນສ່ວນຫຼາຍ, ໃນນັ້ນ ມີ 120 ປະເທດປ່ອນບັດສະໜັບສະໜູນ. ມະຕິດັ່ງກ່າວໂດຍ ອີຢິບ ຮຽບຮຽງ ຮຽກຮ້ອງໃຫ້ຮາກຖານນິວເຄຼຍທຸກແຫ່ງຢູ່ຕາເວັນອອກກາງ ລ້ວນແຕ່ນອນຢູ່ພາຍໃຕ້ລະບົບຕິດຕາມກວດກາຂອງອົງການ IAEA, ພ້ອມທັງຮຽກຮ້ອງໃຫ້ທຸກປະເທດໃນພາກພື້ນເຂົ້າຮ່ວມສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ແລະ ສ້າງຕັ້ງເຂດປອດອາວຸດນິວເຄຼຍຢູ່ຕາເວັນອອກກາງ.

ໃນການຜັນແປໜຶ່ງທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ສົ່ງເຖິງບັນດາປະເທດ ເອີຣົບ ຂໍ້ສະເໜີນິວເຄຼຍ “ເໝາະສົມ ແລະ ຍຸຕິທຳ” ເພື່ອແນໃສ່ສະກັດກັ້ນຄວາມອາດສາມາດດຳເນີນກົນໄກຈັດວາງບັນດາມາດຕະການລົງໂທດຂອງ ສປຊ ຕາມຂໍ້ກຳນົດຂອງຂໍ້ຕົກລົງແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ເຊິ່ງ ອີຣານ ໄດ້ລົງນາມກັບກຸ່ມ P5+1 ເມື່ອປີ 2015.