ສັນຍາລັກຂອງອົງການ ພະລັງງານປະລະມານູສາກົນ (IAEA) ຢູ່ ໂອຕາລິດ
(ພາບ: REUTERS/Leonhard Foeger)

ແຈ້ງການຂອງ IAEA ຍົກໃຫ້ເຫັນຢ່າງຈະແຈ້ງວ່າກຸ່ມນັກກວດກາຂອງອົງການນີ້ໄດ້ເດີນທາງອອກຈາກ ອີຣານ ຢ່າງປອດໄພ ແລະ ພວມເດີນທາງກັບເມືອສຳນັກງານໃຫຍ່ ຢູ່ວຽນນາ (ໂອຕາລິດ), ພາຍຫຼັງໄລຍະໜຶ່ງອາໄສຢູ່ ເຕເຮຣານ ໃນສະພາບການຄວາມເຄັງຕຶ່ງລະຫວ່າງ ອິດສະລາແອັນ ແລະ ອີຣານເພີ່ມຂຶ້ນ. ກ່ອນໜ້ານັ້ນ, ວັນທີ 2 ກໍລະກົດ, ທ່ານປະທານາທິບໍດີ ອີຣານ ໄດ້ອອກລັດຖະດຳລັດຢຸດຕິການຮ່ວມມືກັບ IAEA. ລັດຖະດຳລັດສະບັບນີ້ບໍ່ຍົກອອກວັນເວລາກໍ່ຄືລາຍລະອຽດຂອງການຢຸດຕິການຮ່ວມມືແຕ່ຂໍ້ຕົກລົງນີ້ຈະຈຳກັດຫຼາຍການເຄື່ອນໄຫວຂອງບັນດານັກກວດກາ IAEA ຢູ່ອີຣານ.