ພາບປະກອບ: THX/TTXVN |
ໂດຍບໍ່ຫົວຊາຕໍ່ບັນດາການເຈລະຈາການຢຸດຍິງ ທີ່ໃກ້ຈະໄດ້ເລີ່ມຕົ້ນຄືນໃໝ່, ວັນທີ 5 ຕຸລາ, ກອງທັບອິດສະລາແອັນ ສືບຕໍ່ເປີດຫຼາຍບັ້ນບຸກໂຈມຕີຢູ່ເຂດກາຊາ. ເຮືອບິນ ແລະ ລັດຖັງຂອງ ກອງທັບ ອິດສະລາແອັນ ສືບຕໍ່ປະກົດຕົວ ແລະ ບຸກໂຈມຕີເລັ່ງໃສ່ຂົງເຂດທີ່ແຕກຕ່າງກັນໃນທົ່ວເຂດກາຊາ. ມີອາຄານ, ເຮືອນຢູ່ຂອງປະຊາຊົນຫຼາຍຫຼັງ ຢູ່ກາຊາ ຖືກລູກສອນໄຟ ແລະ ປຶນໃຫຍ່ຂອງກອງທັບອິດສະລາແອັນ ທຳລາຍ.
ເລື່ອງກອງທັບ ອິດສະລາແອັນ ສືບຕໍ່ບຸກໂຈມຕີເຂດກາຊາແມ່ນສັນຍານທີ່ເປັນໜ້າກັງວົນ, ຍ້ອນວ່າມັນໄດ້ດຳເນີນ ໃນສະພາບການບັນດາການເຈລະຈາຄັ້ງທຳອິດລະຫວ່າງ ອິດສະລາແອັນ ແລະ ຂະບວນການອິດສະລາມ ຮາມາດສ ກ່ຽວກັບຂໍ້ລິເລີ່ມຢຸດຍິງຂອງ ອາເມລິກາ ທີ່ໃກ້ຈະໄດ້ເລີ່ມຕົ້ນຂຶ້ນ. ວັນທີ 5 ຕຸລາ, ຫ້ອງວ່າການນາຍົກລັດຖະມົນຕີ ອິນສະລາແອັນ ໃຫ້ຮູ້ວ່າທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ມີຄຳສັ່ງຊີ້ນຳຢ່າງເປັນທາງການໃຫ້ແກ່ຄະນະເຈລະຈາປະເທດນີ້ໄປຍັງ ເອຢິບ ເພື່ອເລີ່ມບັນດາການເຈລະຈາກູ້ຊ່ວຍຕົວປະກັນ.

