ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ສິນຄ້າ ແລະ ເຄື່ອງຊ່ວຍເຫຼືອຈາກ ຈໍແດນ ຈະໄດ້ຮັບອະນຸຍາດໃຫ້ຂົນສົ່ງເຂົ້າເຂດຝັ່ງຕາເວັນຕົກ ແລະ ເຂດ ກາຊາ “ຕາມການແນະນຳ ແລະ ຂໍ້ຕົກລົງຂອງລັດຖະບານ” ອິດສະຣາແອັນ. ລົດຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ ກາຊາ ທຸກຄັນນັ້ນ ຈະໄດ້ຮັບການປ້ອງກັນພາຍຫຼັງກວດກາຄວາມໝັ້ນຄົງປອດໄພຢ່າງເຂັ້ມງວດ.
ດ່ານຊາຍແດນນີ້ຢູ່ຟາກ ອິດສະຣາແອັນ ເອີ້ນວ່າ ຂົວ Allenby ແລະ ຟາກ ຈໍແດນ ເອີ້ນວ່າ ຂົວ King Hussein. ນີ້ແມ່ນດ່ານຊາຍແດນໜຶ່ງດຽວທີ່ອະນຸຍາດໃຫ້ຊາວ ປາແລັດສະຕິນຢູ່ຝັ່ງຕາເວັນຕົກເຂົ້າ-ອອກເມືອງດ້ວຍທາງບົກ, ພ້ອມທັງແມ່ນເສັ້ນທາງການຄ້າສຳຄັນສຳລັບລົດຂົນສົ່ງສິນຄ້າລະຫວ່າງ ຈໍແດນ ແລະ ຝັ່ງຕາເວັນຕົກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
