ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ຢັ້ງຢືນຢ່າງເປັນທາງການເລື່ອງ ກອງທັບອາກາດປະເທດນີ້ບຸກໂຈມຕີເຂົ້ານະຄອນຫຼວງ Doha ຂອງ ກາຕາ ໃນຕອນບ່າຍວັນທີ 9 ກັນຍາ, ແນໃສ່ເປົ້າໝາຍໂດຍແມ່ນເຈົ້າໜ້າທີ່ຂອງຂະບວນການ ຮາມາດສ. ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ອອກແຈ້ງການຢັ້ງຢືນ ປະເທດນີ້ໄດ້ລິເລິ່ມ, ດຳເນີນ ແລະ ມີຄວາມຮັບຜິດຊອບຕໍ່ກັບການບຸກໂຈມຕີດັ່ງກ່າວ.

ກ່ອນໜ້ານັ້ນ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ກໍຢັ້ງຢືນໄດ້ດຳເນີນການບຸກໂຈມຕີທາງອາກາດ ແນໃສ່ບັນດາການນຳ ຮາມາດສ ຢູ່ ກາຕາ, ດ້ວຍຊື່ເອີ້ນວ່າ ບັ້ນຮົບຍອດໄຟ

ກະຊວງການຕ່າງປະເທດ ກາຕາ ໄດ້ອອກຖະແຫຼງການກ່າວປະນາມການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ຢ່າງແຮງ, ຖືນັ້ນແມ່ນການລ່ວງລະເມີດອະທິປະໄຕແຫ່ງຊາດຂອງ ກາຕາ, ແມ່ນການລ່ວງລະເມີດທຳນຽມ ແລະ ກົດໝາຍສາກົນ, ສ້າງຄວາມນາບຂູ່ຢ່າງຮ້າຍແຮງຕໍ່ຄວາມໝັ້ນຄົງ ແລະ ຄວາມປອດໄພຂອງ ກາຕາ ແລະ ປະຊາຊົນປະເທດນີ້. ກາຕາ ຈະບໍ່ປະນິປະນອມກັບການກະທຳເກາະຜິດທີ່ອັນຕະລາຍຂອງ ອິດສະຣາແອັນ.

ນັກຂ່າວ VOV ປະຈຳ ອີຢິບ