ຫ້ອງການນາຍົກລັດຖະມົນຕີ Benjamin Netanyahu ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ ບັນດາມືປືນ ຮາມາດສ ໄດ້ຍິງລູກສອນໄຟຕໍ່ຕ້ານລົດຖັງ ແລະ ລູກປືນຈຳນວນຫຼາຍໃສ່ກຳລັງ IDF ຢູ່ Rafah, ສ້າງຂີດໝາຍການກະທຳໃໝ່ທີ່ລະເມີດຄຳສັ່ງຢຸດຍິງ ເຊິ່ງພວມມີຜົນບັງຂັບໃຊ້ລະຫວ່າງສອງຝ່າຍ. ທ່ານນາຍົກລັດຖະມົນຕີ Netanyahu ໄດ້ອອກຄຳສັ່ງ “ບຸກໂຈມຕີຢ່າງຮຸນແຮງ ແລະ ທັນທີ” ເຂົ້າເຂດ ກາຊາ, ພ້ອມທັງຕັດສິນໃຈເປີດກວ້າງຂົງເຂດ ເຊິ່ງກອງທັບ ອິດສະຣາແອັນ ຄວບຄຸມຢູ່ເຂດ ກາຊາ. ການກະທຳດັ່ງກ່າວ ໄດ້ດຳເນີນ ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ Netanyahu ໂຮມປະຊຸມດ່ວນກັບບັນດາເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແນໃສ່ປຶກສາຫາລືກ່ຽວກັບປະຕິກິລິຍາຂອງປະເທດນີ້ ຕໍ່ເລື່ອງຂະບວນການ ຮາມາດສ ຈະເຂັ້ມແຂງກວ່າຫຼາຍເມື່ອທຽບໃສ່ຄັ້ງກ່ອນ.
ອິດສະຣາແອັນ ບຸກໂຈມຕີທາງອາກາດເຂົ້າເຂດ ກາຊາ ຢ່າງແຮງ
(VOVWORLD) - ຕອນບ່າຍວັນທີ 28 ຕຸລາ, ກຳລັງປ້ອງກັນ ອິດສະຣາແອັນ (IDF) ໄດ້ດຳເນີນບັນດາບັ້ນບຸກໂຈມຕີທາງອາກາດຢ່າງແຮງ ເລັ່ງໃສ່ບັນດາພື້ນຖານໂຄງລ່າງ ເຊິ່ງ ຮາມາດສ ນຳໃຊ້ຢູ່ທາງທິດໃຕ້ເຂດ ກາຊາ, ພາຍຫຼັງທີ່ບັນດາມືປືນຂອງກຸ່ມນີ້ຍິງໃສ່ນາຍທະຫານ ອິດສະຣາແອັນ.
