ທະຫານ ລີບັງ ໄດ້ສົ່ງມາປະຈຳຢູ່ Marjeyoun ພາຍຫຼັງປະຕິບັດຄຳສັ່ງຢຸດຍິງ (ພາບ: THX/TTXVN) |
ວັນທີ 11 ທັນວາ, ກອງບັນຊາການທະຫານສູນກາງ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ອິດສະຣາແອັນ ໄດ້ດຳເນີນການຖອນກຳລັງອອກຈາກເທດສະບານເມືອງ Al-Khiam ຢູ່ພາກໃຕ້ ລີບັງ ແລະ ໄດ້ປ່ຽນແທນດ້ວຍກອງທັບ ລີບັງ ຕາມຂໍ້ຕົກລົງຢຸດຍິງ. ນີ້ແມ່ນບາດກ້າວທຳອິດທີ່ມີຄວາມສຳຄັນໃນການປະຕິບັດຄຳສັ່ງຢຸດຍິງຍາວນານ.
ຄຳສັ່ງຢຸດຍິງ ລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ ມີຜົນສັກສິດແຕ່ວັນທີ 27 ພະຈິກ, ເບິ່ງລວມແລ້ວ ຍັງຄົງຮັກສາໄດ້, ເຖິງວ່າທັງສອງຝ່າຍລ້ວນແຕ່ກ່າວຫາຝ່າຍກົງກັນຂ້າມລະເມີດເປັນຫຼາຍຄັ້ງ. ໂດຍເປັນສ່ວນໜຶ່ງຂອງຂໍ້ຕົກລົງ, ກອງທັບ ລີບັງ ແລະ ກຳລັງຮັກສາສັນຕິພາບຂອງ ສປຊ ຈະຜັນຂະຫຍາຍຢູ່ພາກໃຕ້ ລີບັງ ເມື່ອກອງທັບ ອິດສະຣາແອັນ ໄດ້ຖອນຕົວພາຍໃນ 60 ວັນ. ເຮັກໂບລາ ກໍມີພັນທະຖອນບັນດາສະມາຊິກຂອງກຳລັງນີ້ກັບໄປທາງທິດເໜືອແມ່ນ້ຳ Litani, ຫ່າງຈາກຊາຍແດນປະມານ 30 ກິໂລແມັດ ແລະ ມ້າງພື້ນຖານໂຄງລ່າງການທະຫານຂອງກຳລັງນີ້ຢູ່ພາກໃຕ້ ລີບັງ.

