ກ່ຳປັ່ນຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ Gaza (ພາບ: IRNA/TTXVN)

ກອງທັບເຮືອ ອິດສະຣາແອັນ ຈະສະກັດກັ້ນໜ່ວຍກ່ຳປັ່ນຊ່ວຍເຫຼືອສາກົນທີ່ພວມເດີນທາງໄປຍັງເຂດ ກາຊາ. ຖະແຫຼງການດັ່ງກ່າວໂດຍ ທ່ານວ່າທີ່ນາຍພົນ Effie Defrin ໂຄສົກກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຍົກອອກມາໃນວັນທີ 25 ກັນຍາ, ໃນສະພາບການກ່ຳປັ່ນມະນຸດສະທຳສາກົນ Global Sumud Flotilla (GSF) ເລີ່ມເດີນທາງມາຈາກ Barcelona (ແອັດສະປາຍ), ລວມມີກ່ຳປັ່ນນັບສິບລຳ ແລະ ຜູ້ເຄື່ອນໄຫວມະນຸດສະທຳນັບຮ້ອຍຄົນທີ່ມາຈາກ 44 ປະເທດ ພວມເດີນທາງໄປຍັງເຂດ ກາຊາ ເພື່ອຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳໄປໃຫ້ປະຊາຊົນຢູ່ເຂດນີ້. ທ່ານ Effie Defrin ຢັ້ງຢືນວ່າ ອິດສະຣາແອັນ ມີຫຼັກຖານເພື່ອພິສູດວ່າ ການເຄື່ອນໄຫວຂອງໜ່ວຍກ່ຳປັ່ນດັ່ງກ່າວ ໄດ້ຂຶ້ນແຜນ ແລະ ອຸປະຖຳໂດຍຂະບວນການ ຮາມາດສ.

ກ່ອນໜ້ານັ້ນ, ວັນທີ 24 ກັນຍາ, ໜ່ວຍກ່ຳປັ່ນ GSF ໄດ້ອອກແຈ້ງການສື່ມວນຊົນກ່າວຫາລັດຖະບານ ອິດສະຣາແອັນ ແລະ ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) “ພວມມີການກະທຳເພີ່ມຄວາມອັນຕະລາຍທີ່ໜ້າເຕືອນໄພ” ເລັ່ງໃສ່ໜ່ວຍກ່ຳປັ່ນນີ້. ແຈ້ງການດັ່ງກ່າວໃຫ້ຮູ້ວ່າ ໃນຄ່ຳຄືນວັນທີ 23 ກັນຍາ, ມີເຄື່ອງບິນບໍ່ມີຄົນຂັບ ບິນຢູ່ລະດັບຕ່ຳ, ເວີ່ນຢູ່ເທິງກ່ຳປັ່ນລຳຕ່າງໆ ແລະ ປ່ອຍວັດຖຸທີ່ບໍ່ລະບຸໄດ້ລົງໄປກ່ຳປັ່ນ 10 ລຳ.

ນັກຂ່າວ VOV ປະຈຳ ອີຢິບ