ສະພາບການຂອງເມືອງ Nabatieh ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ8/5/2025 (ພາບ: REUTERS/Karamallah Daher)

ສື່ມວນຊົນ ລີບັງ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 4 ຄົນເສຍຊີວິດ ແລະ 3 ຄົນຖືກບາດເຈັບໃນບັັ້ນບຸກໂຈມຕີທາງອາກາດ ຍ້ອນເຮືອນບິນບໍ່ມີຄົນຂັບຂອງ ອິດສະຣາແອັນ ໄດ້ດຳເນີນຢູ່ເຂດເທດສະບານ Kfar Roummane, ທາງທິດໃຕ້ ລີບັງ ເມື່ອຕອນຄ່ຳວັນທີ 1 ພະຈິກ. ສຳນັກຂ່າວສານ ແຫ່ງລັດ ລີບັງ ໄດ້ຢັ້ງຢືນວ່າ ນີ້ແມ່ນໜຶ່ງໃນບັນດາບັ້ນບຸກໂຈມຕີເຮັດໃຫ້ມີຄົນເສຍຊີວິດ ແລະ ບາດເຈັບຢ່າງໜັກໜ່ວງຂອງກອງທັບ ອິດສະຣາແອັນ ເຂົ້າ ລີບັງ ໃນໄລຍະຜ່ານມາ.

ສ່ວນກຳລັງປ້ອງກັນ ອິດສະຣາແອັນ (IDF) ຢັ້ງຢືນວ່າ ກອງທັບອາກາດປະເທດນີ້ໄດ້ບຸກໂຈມຕີກົມກອງຍອດຢ້ຽມ Radwan ຂອງຂະບວນການ ເຮັກໂບລາ ຢູ່ເຂດ Kfar Roummane ໃນຕອນຄ່ຳວັນທີ 01 ພະຈິກ. ກຳລັງປ້ອງກັນ ອິດສະຣາແອັນ ສືບຕໍ່ກ່າວຫາກຸ່ມປະກອບອາວຸດ ລີບັງ ລະເມີດຂໍ້ຕົກລົງຢຸດຍິງທີ່ມີຜົນບັງຂັບໃຊ້ເມື່ອເດືອນພະຈິກ 2024 ລະຫວ່າງ ອິດສະຣາແອັນ ແລະ ລີບັງ. ກ່ອນໜ້ານັ້ນ, ກຳລັງປ້ອງກັນ ອິດສະຣາແອັນ ກໍແຈ້ງໃຫ້ຊາບວ່າ ໄດ້ດຳເນີນບັ້ນບຸກໂຈມຕີສະມາຊິກໜຶ່ງຂອງກົມກອງ Radwan ຂອງ ເຮັກໂບລາ ຢູ່ທາງທິດໃຕ້ ລີບັງ ໃນວັນທີ 31 ຕຸລາ.