ວັນທີ 08 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານປະທານາທິບໍດີ ອາເມລິກາ Donald Trump ແຈ້ງໃຫ້ຊາບວ່າ ອິດສະຣາແອັນ ແລະ ຮາມາດສ ບັນລຸຂໍ້ຕົກລົງກ່ຽວກັບໄລຍະທຳອິດຂອງແຜນການສັນຕິພາບຢູ່ ກາຊາ. ລະອຽດແມ່ນ, ຮາສາດສ ຈະປ່ອຍຕົວປະກັນທັງໝົດ ແລະ ອິດສະຣາແອັນ ຈະຖອນທະຫານກັບຄືນເຂດແດນທີ່ໄດ້ເປັນເອກະພາບກ່ອນໜ້ານັ້ນ. ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ບັນດາຝ່າຍຕ້ອງໄດ້ຮັບການປະພຶດທີ່ສະເໝີພາບ ແລະ ນີ້ແມ່ນວັນສຳຄັນໃຫ້ແກ່ໂລກ ອາຣັບ ແລະ ອິດສະລາມ, ອິດສະຣາແອັນ ແລະ ທຸກປະເທດໃກ້ຄຽງ ກໍຄືປະເທດ ອາເມລິກາ.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແບ່ງປັນໃນສື່ສັງຄົມອອນລາຍວ່າ ອຳນາດການປົກຄອງປະເທດນີ້ຈະນຳຕົວປະກັນທັງໝົດກັບຄືນເມືອບ້ານໂດຍໄວ. ກ່ຽວກັບຝ່າຍ ຮາມາດສ, ຕາມໜັງສຶພິມລາຍວັນ al-Mayadeen ທີ່ມີການຕິດຕໍ່ກັບຂະບວນການ ເຮັກໂບລາ ຢູ່ ລີບັງ, ພາຍຫຼັງ ຮາມາດສ ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ, ຂໍ້ຕົກລົງໄດ້ເຊັນທັນທີໃນວັນທີ 09 ຕຸລາ ຢູ່ ອີຢິບ.