ກອງທັບ ອິດສະຣາແອັນ ໄດ້ດຳເນີນບັ້ນບຸກໂຈມຕີຢູ່ທັງ 3 ແນວຮົບ: ອີຣານ, ກາຊາ ແລະ ລີບັງ(ພາບ: REUTERS/Mahmoud Issa)
|
ອີຣານ ສືບຕໍ່ແມ່ນບັ້ນຮົບບຸກໂຈມຕີຕົ້ນຕໍຂອງກອງທັບ ອິດສະຣາແອັນ ໃນວັນທີ 19 ມິຖຸນາ, ເປັນມື້ທີ 7 ຂອງການສູ້ຢັນກັນດ້ານການທະຫານ. ກອງທັບອາກາດ ອິດສະຣາແອັນ ໄດ້ບຸກໂຈມຕີທຳລາຍບັນດາເປົ້າໝາຍທີ່ຕັ້ງຢູ່ເລິກໃນເຂດດິນແດນ ອີຣານ ຢ່າງຕໍ່ເນື່ອງ, ໃນນັ້ນມີນະຄອນຫຼວງ ເຕເຮຣານ. ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢືນຢັນວ່າ, ມີເຮືອບິນສູ້ຮົບ ແລະ ເຮືອບິນບໍ່ມີຄົນຂັບຂອງກອງທັບອາກາດປະເທດນີ້ໄດ້ບຸກໂຈມຕີເຕົາປະຕິກອນນິວເຄຼຍນ້ຳໜັກ Arak, ບັນດາຖານຍິງລູກສອນໄຟ ແລະ ຮາກຖານດ້ານການທະຫານຢູ່ທົ່ວ ອີຣານ.
ໃນວັນດຽວກັນ, ອິດສະຣາແອັນ ກໍ່ຜັນຂະຫຍາຍບັນດາບັ້ນບຸກໂຈມຕີເຂົ້າເຂດ ກາຊາ ເຮັດໃຫ້ຢ່າງໜ້ອຍສຸດມີ 72 ຄົນເສຍຊີວິດ, ນັບຮ້ອຍຄົນຮັບບາດເຈັບ, ສ່ວນຫຼາຍແມ່ນສາມັນຊົນ. ສຳລັບ ລີບັງ, ກຳລັງປ້ອງກັນຕົວ ອິດສະຣາແອັນ ແຈ້ງໃຫ້ຊາບວ່າ ໄດ້ດຳເນີນການບຸກໂຈມຕີ 3 ຄັ້ງດ້ວຍເຮືອບິນບໍ່ມີຄົນຂັບເຂົ້າບັນດາເປົ້າໝາຍຂອງຂະບວນການ Hezbollah ໃນຮອບເວລາບໍ່ຮອດ 24 ຊົ່ວໂມງ.

