ການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ໃສ່ ລີບັງ ກໍ່ເຮັດໃຫ້ຢ່າງໜ້ອຍສຸດ 29 ຄົນເສຍຊີວິດ
(ພາບປະກອບ: REUTERS/Ayal Margolin)

ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງ ແລະ ການກ່າວເຕືອນສາກົນ, ວັນທີ 02 ພະຈິກ, ກອງທັບ ອິດສະຣາແອັນ ສືບຕໍ່ບຸກໂຈມຕີທາງອາກາດໃສ່ເຂດ ກາຊາ, ໂດຍອ້າງວ່າຂະບວນການ ຮາມາດສ ລະເມີດຄຳສັ່ງຢຸດຍິງ. ຫາງສຽງພາກພື້ນມີຄວາມວິຕົກກັງວົນວ່າ ຂໍ້ຕົກລົງຢຸດຍິງທີ່ບອບບາງໃນປະຈຸບັນຢູ່ເຂດ ກາຊາ ອີກເທື່ອໜຶ່ງຈະປະເຊີນໜ້າກັບຄວາມສ່ຽງຖືກແຕກແຫງ ແລະ ພາກພື້ນ ຕາເວັນອອກກາງ ຍັງບໍ່ອາດມີບັນຕິພາບໃນໄວໆນີ້.

ກຳລັງປ້ອງກັນ ອິດສະຣາແອັນ (IDF) ແຈ້ງໃຫ້ຊາບວ່າ ຊາວ ປາແລັດສະຕິນ ຖືກເຂັ່ນຂ້າໃນການບຸກໂຈມຕີທາງອາກາດໃສ່ເຂດຊານນະຄອນ ກາຊາ ໃນວັນທີ 02 ພະຈິກ, ແມ່ນສະມາຊິກຂອງຂະບວນການອິດສະລາມ ຮາມາດສ. IDF ຢືນຢັນວ່າ ບັນດາມືປືນ ຮາມາດສ ພວມກະກຽມແຜນນາບຂູ່ທະຫານ ອິດສະຣາແອັນ, ລະເມີດຂໍ້ຕົກລົງຢຸດຍິງພວມມີຜົນສັກສິດຢູ່ເຂດ ກາຊາ.

ພ້ອມກັບແນວຮົບເຂດ ກາຊາ, ໃນ 1 ເດືອນຜ່ານມາ, ບັນດາການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ໃສ່ ລີບັງ ກໍ່ເຮັດໃຫ້ຢ່າງໜ້ອຍສຸດ 29 ຄົນເສຍຊີວິດ. ລີບັງ ໄດ້ຖະແຫຼງເປັນຫຼາຍຄັ້ງວ່າ ອິດສະຣາແອັນ ລະເມີດອະທິປະໄຕແຫ່ງຊາດ ແລະ ລະເມີດກົດໝາຍສາກົນຢ່າງຮ້າຍແຮງ.