ຕາມອົງການຕິດຕາມກວດກາສິດທິມະນຸດ ຊີຣີ ຊື່ງມີສຳນັກງານຕັ້ງຢູ່ ອັງກິດ ແລ້ວ, ເປົ້າໝາຍບຸກໂຈມຕີຂອງ ກອງທັບອາກາດ ຊີຣີ ແມ່ນຖານທີ່ໝັ້ນຂອງກອງທັບ ຊີຣີ ຢູ່ ຊານເມືອງທາງທິດຕາເວັນອອກສ່ຽງເຫນືອ ນະຄອນຫລວງ Damascus. ຕາມຕົວເລກເບື້ອງຕົ້ນໃຫ້ຮູ້ວ່າ: ມີຢ່າງຫນ້ອຍສຸດ 11 ຄົນ, ສ່ວນຫລາຍແມ່ນສາມັນຊົນຖືກເສຍຊີວິດໃນການບຸກໂຈມຕີທາງອາກາດດັ່ງກ່າວ. ນີ້ໄດ້ຮັບຖືວ່າແມ່ນຫນຶ່ງໃນບັນດາການບຸກໂຈມຕີທີ່ຮ້າຍແຮງທີ່ສຸດຂອງກອງທັບອາກາດ ອິດສະຣາແອນ ເຂົ້າໃສ່ຊີຣີ ໃນ 3 ອາທິດຜ່ານມາ, ໄລ່ນັບແຕ່ຈຸດເວລາກຳລັງຝ່າຍຄ້ານໂຄ່ນລົ້ມອຳນາດການປົກຄອງ ແລະ ຄວບຄຸມນະຄອນຫລວງ Damascus ໃນຕອນເຊົ້າວັນທີ 8 ທັນວາ.
ກ່ຽວຂ້ອງເຖິງວິວັດການການເມືອງ ຢູ່ ຊີຣີ, ວັນທີ 29 ທັນວາ, ການນຳອຳນາດການປົກຄອງການທະຫານຊົ່ວຄາວ ຊີຣີ, ທ່ານ Ahmed al-Sharaa ໃຫ້ຂໍ້ສັງເກດວ່າ: ເລື່ອງຈັດຕັ້ງບັນດາການເລືອກຕັ້ງຢູ່ປະເທດນີ້ ອາດຈະຕ້ອງການເວລາອີກ 4 ປີ.
