A general view of the Bushehr main nuclear reactor, 1,200 km south of Tehran, August 21, 2010. File photo: REUTERS/Raheb Homavandi

ວັນທີ 6 ຕຸລາ, ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ປະເທດນີ້ບໍ່ມີແຜນການເຊື່ອມຕໍ່ບັນດາການເຈລະຈານິວເຄຼຍຄືນໃໝ່ກັບບັນດາປະເທດ ເອີລົບ ໂດຍທັນທີ, ພາຍຫຼັງທີ່ບັນດາປະເທດນີ້ ໄດ້ຈັດວາງບັນດາຄຳສັ່ງລົງໂທດຂອງ ສປຊ ຄືນໃໝ່. ທ່ານ Esmaeil Baqaei ໂຄສົກຂອງ ເຕເຮຣານ ຈະສືບຕໍ່ຮັກສາການຕິດຕໍ່ພົວພັນ ແລະ ທາບທາມຄຳເຫັນກັບຝ່າຍຕ່າງໆ ແລະ "ອີຣານ ຈະຍົກອອກຄຳຕັດສິນໂດຍອີງຕາມຜົນປະໂຫຍດ ກໍ່ຄືບຸລິມະສິດແຫ່ງຊາດ". ພິເສດ, ເຕເຮຣານ ພວມ “ພິຈາລະນາຜົນຕາມມາ ແລະ ຜົນກະທົບ” ຂອງເລື່ອງຖືກຈັດວາງບັນດາຄຳສັ່ງລົງໂທດຄືນໃໝ່ ໂດຍກຸ່ມ E3 (ອັງກິດ, ຝະລັ່ງ ແລະ ເຢຍລະມັນ) ລິເລີ່ມ.

ກຸ່ມ E3 ນອນໃນຈຳນວນບັນດາປະເທດໄດ້ເຊັນຂໍ້ຕົກລົງນິວເຄຼຍທີ່ມີຊື່: ແຜນການກະທຳລວມຮອບດ້ານ (JCPOA) ກັບ ອີຣານ ເມື່ອປີ 2015. ວັນທີ 28 ສິງຫາ, ກຸ່ມນີ້ປະກາດເລີ່ມຈັດວາງຄຳສັ່ງລົງໂທດຂອງ ສປຊ ສຳລັບ ອີຣານ ຄືນໃໝ່ ແລະ ກຳນົດເວລາ 30 ວັນເພື່ອໃຫ້ ເຕເຮຣານ ເຈລະຈາ. ແຕ່ເຖິງແນວນັ້ນກໍ່ຕາມ, ຍ້ອນສອງຝ່າຍບໍ່ບັນລຸໄດ້ບາດກ້າວເດີນໃນການເຈລະຈາຄັ້ງຕ່າງໆກ່ຽວກັບໂຄງການນິວເຄຼຍຂອງ ອີຣານ, ສະນັ້ນ, ບັນດາຄຳສັ່ງລົງໂທດໄດ້ເລີ່ມດຳເນີນຄືນໃໝ່ຢ່າງເປັນທາງການນັບແຕ່ວັນທີ 28 ກັນຍາ ທີ່ຜ່ານມາ.