ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ສປຊ Amir Saeid Iravani (ພາບ: IRNA/TTXVN) |
ຫວ່າງມໍ່ໆມານີ້, ທ່ານ Amir Saeid Iravani ເອກອັກຄະລັດຖະທູດ ອີຣານ ປະຈຳ ສປຊ ໄດ້ກ່າວເຕືອນວ່າ ປະເທດນີ້ ຈະມີ “ປະຕິກິລິຍາທີ່ຂ້ຽວຂາດ ແລະ ຄ້າຍຄືກັນ” ຖ້າບັນດາປະເທດເອີຣົບ “ສວຍໃຊ້” ມາດຕາ snapback (ຕ່າວປິ້ນ) ເພື່ອແນໃສ່ຈັດວາງບັນດາມາດຕະການລົງໂທດສາກົນສຳລັບ ອີຣານ ຄືນໃໝ່. ຖະແຫຼງການຂອງທ່ານ Amir Saeid Iravani ໄດ້ຍົກອອກມາໃນກອງປະຊຸມຂອງສະພາຄວາມໝັ້ງຄົງ ສປຊ ໃນວັນທີ 17 ທັນວາ ເພື່ອແນໃສ່ປຶກສາຫາລືກ່ຽວກັບການປະຕິບັດມະຕິເລກທີ 2231. ມະຕິດັ່ງກ່າວໂດຍສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາເມື່ອປີ 2015 ເພື່ອແນໃສ່ໃຫ້ສັດຕະຍາບັນຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ ອາເມລິກາ, ອັງກິດ, ຝລັ່ງ, ຈີນ, ລັດເຊຍ ແລະ ເຢຍລະມັນ), ໃນນັ້ນ ເຕເຮຣານ ໃຫ້ຄຳໝັ້ນສັນຍາບໍ່ຊອກຫາ, ພັດທະນາ ແລະ ຊື້ອາວຸດນິວເຄຼຍ ເພື່ອແລກເອົາການຍົກເລີກບັນດາຄຳສັ່ງລົງໂທດສຳລັບປະເທດນີ້.
ໃນກອງປະຊຸມ, ທ່ານ Amir Saeid Iravani ເດັດດ່ຽວຄັດຄ້ານທຸກຄຳກ່າວເຕືອນຈາກກຸ່ມ E3 (ລວມມີ ຝລັ່ງ, ເຢຍລະມັນ, ອັງກິດ) ກ່ຽວກັບການເລີ່ມປະຕິບັດກົນໄກຈັດວາງມາດຕະການລົງໂທດຄືນໃໝ່, ພ້ອມທັງເນັ້ນໜັກວ່າ ມາດຕານີ້ ບໍ່ແມ່ນ “ເຄື່ອງມື” ໃນກຳມືຂອງບັນດາປະເທດມະຫາອຳນາດຕາເວັນຕົກ ເພື່ອກໍ່ຄວາມກົດດັນຕໍ່ ອີຣານ.

