ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ສປຊ Amir Saeid Iravani (ພາບ: TTXVN) |
ວັນທີ 24 ທັນວາ, ອີຣານ ມີປະຕິກິລິຍາຢ່າງຮຸນແຮງ ພາຍຫຼັງທີ່ ເປັນຄັ້ງທຳອິດຍອມຮັບໄດ້ ຢືນຢູ່ເບື້ອງຫຼັງກໍລະນີການນຳ ຮາມາດສ ເສຍຊີວິດຢູ່ ອີຣານ. ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ສປຊ Amir Saeid Iravani ໄດ້ສົ່ງຈົດໝາຍມາຍັງທ່ານເລຂາທິການໃຫຍ່ ສປຊ, ໃນນັ້ນ ໄດ້ຕຳໜິຕິຕຽນ ອິດສະຣາແອັນ ຢ່າງຮຸນແຮງ ກ່ຽວກັບສິ່ງທີ່ ເຕເຮຣານ ໄດ້ພັນລະນາວ່າ “ເປັນຄຳຖະແຫຼງຢ່າງເປີດເຜີຍ” ກ່ຽວຂ້ອງເຖິງກໍລະນີທ່ານ Ismail Haniyeh, ໜຶ່ງໃນບັນດາການນຳຂອງຂະບວນການອິດສະລາມ ຮາມາດສ ເສຍຊີວິດຢູ່ ອີຣານ ເມື່ອເດືອນກໍລະກົດຜ່ານມາ. ໃນຈົດໝາຍ, ທ່ານເອກອັກຄະລັດຖະທູດ Iravani ຊີ້ແຈ້ງວ່າ ນີ້ແມ່ນການກະທຳທີ່ຕ້ອງກ່າວປະນາມ.
ກ່ອນໜ້ານັ້ນ, ວັນທີ 23 ທັນວາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Isarel Katz ໄດ້ຍອມຮັບເປັນຄັ້ງທຳອິດວ່າ ປະເທດນີ້ ຢືນຢູ່ເບື້ອງຫຼັງເຫດການດັ່ງກ່າວ.

