ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຣານ ຫງວຽນເລືອງງອກ ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ອີຣານ Masoud Pezshkian (ພາບ: TTXVN)

ໃນການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານປະທານາທິບໍດີ Masoud Pezeshkian ສະແດງຄວາມເຊື່ອໝັ້ນວ່າ ໃນຖານະວຽກງານຂອງຕົນ ທ່ານເອກອັກຄະລັດຖະທູດ ຈະມີການປະກອບສ່ວນສຳຄັນໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ການຮ່ວມມື ຫວຽດນາມ - ອີຣານ ຫຼາຍກວ່າອີກ, ຕອບສະໜອງຄວາມຕ້ອງການ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານປະທານາທິບໍດີ ຢັ້ງຢືນວ່າ ອີຣານ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ… ທ່ານປະທານາທິບໍດີ Masoud Pezshkian ໃຫ້ຮູ້ວ່າ ອີຣານ ພ້ອມແລ້ວທີ່ຈະແລກປ່ຽນບົດຮຽນປະສົບການກັບ ຫວຽດນາມ ໃນຫຼາຍຂົງເຂດທີ່ແຕກຕ່າງກັນ.

ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນເລືອງງອກ ເນັ້ນໜັກວ່າ ຫວຽດນາມ ແລະ ອີຣານ ມີທີ່ຕັ້ງ ແລະ ບົດບາດສຳຄັນຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ຕາເວັນອອກກາງ. ທ່ານເອກອັກຄະລັດຖະທູດ ຖືວ່າ ນັ້ນແມ່ນພື້ນຖານສຳຄັນເພື່ອໃຫ້ສອງປະເທດເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ພ້ອມທັງຢັ້ງຢືນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນາມ ແລະ ອີຣານ.