ວັນທີ 11 ພະຈິກ, ຜູ້ມີສິດເລືອກຕັ້ງ ອີຣັກ ໄດ້ໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດອາຍຸການໃໝ່. ຄະນະກຳມະການເລືອກຕັ້ງເອກະລາດສູງສຸດ ອີຣັກ (IHEC) ໃຫ້ຮູ້ວ່າ: ການເລືອກຕັ້ງປີນີ້ມີຜູ້ອອກສະໝັກເລືອກຕັ້ງກ່ວາ 7700 ຄົນເຂົ້າຮ່ວມ, ໃນນັ້ນ ຜູ້ຍິງມີ 2200 ຄົນ ເພື່ອແນໃສ່ຍາດແຍ່ງ 329 ທີ່ນັ່ງສະມາຊິກລັດຖະສະພາໃນສະພາແຫ່ງຊາດ ອີຣັກ ອາຍຸການໃໝ່. ຜູ້ມີສິດເລືອກຕັ້ງ 21.4 ລ້ານຄົນ ໄດ້ຈົດທະບຽນເຂົ້າຮ່ວມການປ່ອນບັດ. ອົງການເລືອງຕັ້ງ ອີຣັກ ໄດ້ສ້າງຕັ້ງກ່ວາ 8700 ສະຖານທີ່ປ່ອນບັດໃນທົ່ວຜືນແຜ່ນດິນ ພາຍໃຕ້ການຕິດຕາມກວດກາຂອງນັກສັງເກດການ ທັງພາຍໃນປະເທດ, ພາກພື້ນ ແລະ ສາກົນນັບພັນຄົນ.
ບັນດາກຸ່ມການເມືອງແກ່ນສານໄດ້ແກ້ງແຍ້ງໃນການເລືອກຕັ້ງສະພາແຫ່ງຊາດຢູ່ ອີຣັກ ຄັ້ງນີ້ ລວມມີບັນດາພັນທະມິດອິດສະລາມນິກາຍ ຊີອະ ໂດຍທ່ານ Nouri Al-Maliki ອະດີດນາຍົກລັດຖະມົນຕີ ແລະ ບາດຫຼວງ Ammar Al-Hakim ນຳພາ; ບັນດາກຸ່ມອິດສະລາມນິກາຍ ຊັນນີ ໂດຍທ່ານ Mohammed Al-Halbousi ອະດີດປະທານສະພາແຫ່ງຊາດ ແລະ ທ່ານ Mahmoud Al-Mashhadani ນຳພາ; ພ້ອມດ້ວຍ 2 ພັກໃຫ່ຍຂອງຊາວເກີດ ແມ່ນພັກປະຊາທິປະໄຕ Kurdistan (KDP) ແລະ ພັກພັນທະມິດຮັກຊາດ Kurdistan (PUK). ບັນດາການຕີລາຄາຫຼ້າສຸດໃຫ້ເຫັນວ່າ ໂອກາດໄດ້ຮັບໄຊຊະນະຂອງຝ່າຍຕ່າງໆແມ່ນເທົ່າທຽມກັນ ແລະ ບໍ່ມີກຳລັງໃດສາມາດຍາດໄດ້ທີ່ນັ່ງສ່ວນຫຼາຍເພື່ອມີສິດສ້າງຕັ້ງລັດຖະບານສະເພາະ. ຝ່າຍໄດ້ຮັບໄຊຊະນະອາດຈະຕ້ອງປະນີປະນອມກັບໜຶ່ງ ຫຼືຫຼາຍຝ່າຍອື່ນ ເພື່ອສ້າງຕັ້ງລັດຖະບານປະສົມ.
