ລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ ເຂົ້າເຂດ ກາຊາ ໃນວັນທີ 6 ສິງຫາ 2025 (ພາບ:REUTERS/Amr Abdallah Dals) |
ນີ້ແມ່ນງວດເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວທີ 89 ໂດຍອົງການຊີກວົງເດືອນແດງຂອງ ອີຢິບ ຂົນສົ່ງເຂົ້າເຂດ ກາຊາ. ຖ້ຽວຕໍ່ໄປກໍພວມກະກຽມຢ່າງຮີບເຮັ່ງ ແລະ ອາດຈະສົ່ງເຖິງເຂດ ກາຊາໃນສອງ, ສາມຊົ່ວໂມງຈະມາເຖິງ.
ກໍໃນວັນດຽວກັນ, ບັນດາແຫຼ່ງຂ່າວ ປາແລັດສະຕິນໄດ້ ກ່າວຫາກອງທັບ ອິດສະຣາແອັນ ດຳເນີນບັ້ນບຸກໂຈມຕີທາງອາກາດເຂົ້າເຂດ ກາຊາ ຢ່າງໜ້ອຍສຸດ 2 ບັ້ນຕື່ມອີກ. ບັ້ນບຸກໂຈມຕີທີ 1 ເລັ່ງໃສ່ຄ້າຍລີ້ໄພ Jabalia, ທາງທິດເໜືອເຂດ ກາຊາ, ເຮັດໃຫ້ແມ່ຍິງໜຶ່ງຄົນເສຍຊີວິດ ແລະ ຜູ້ຖືກບາດເຈັບ 6 ຄົນ. ບັ້ນບຸກໂຈມຕີທີ 2 ໄດ້ເລັ່ງໃສ່ເຂດ Deir al-Balahຢູ່ໃຈກາງເຂດ ກາຊາ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.
ນັກຂ່າວ VOV ປະຈຳ ອີຢິບ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

