ທີ່ກອງປະຊຸມ
(ພາບ: VGP)

ໂດຍເປັນປະທານກອງປະຊຸມຜັນຂະຫຍາຍວຽກງານກະກຽມງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ເຊິ່ງຄາດວ່າຈະຈັດຂຶ້ນແຕ່ວັນທີ 26 ຕຸລາ ຮອດວັນທີ 04 ພະຈິກ, ໃນຕອນບ່າຍວັນທີ 03 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ຢືນຢັນວ່າ ນີ້ຈະແມ່ນງານຕະຫຼາດນັດທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຄາດວ່າ, ງານຕະຫຼາດນັດນີ້ຈະນຳໃຊ້ເນື້ອທີ່ຫໍວາງສະແດງ ກິມກຸຍ (ດົງແອັງ) ທັງໝົດ, ດ້ວຍຮ້ານວາງສະແດງປະມານ 3.000 ຮ້ານ, ເພື່ອສ້າງຊ່ອງສົ່ງເສີມການຄ້າລວມສູນ, ສ້າງສະພາບແວດລ້ອມເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ, ກະຕຸ້ນການບໍລິໂພກ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ເປີດກວ້າງການນຳເຂົ້າ ແລະ ດຶງດູດການລົງທຶນ.

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນ ພ້ອມກັບປະຊາຄົມວິສາຫະກິດພ້ອມກັນເຂົ້າຮ່ວມ. ບັນດາຜະລິດຕະພັນເຂົ້າຮ່ວມງານວາງສະແດງຕ້ອງມີຫຼາຍຮູບຫຼາຍແບບ, ເສີມຂະຫຍາຍທ່າແຮງຂອງແຕ່ລະເຂດພາກ. ທ່ານກໍ່ຮຽກຮ້ອງໃຫ້ກະຊວງອຸດສາຫະກຳການຄ້າ ສ້າງແຜນການຈັດງານຕະຫຼາດນັດດັ່ງກ່າວໃຫ້ສຳເລັດ ເພື່ອຍື່ນສະເໜີຫົວໜ້າຄະນະຊີ້ນຳງານຕະຫຼາດນັດ ໃຫ້ອະນຸມັດຜ່ານໃນວັນທີ 04 ຕຸລາ.