ຈັດພິທີສົບໃຫ້ຜູ້ຖືກເຄາະຮ້າຍ 60 ຄົນ(ພາບ: THX/TTXVN)
|
ວັນທີ 28 ມິຖຸນາ, ອີຣານ ໄດ້ຈັດພິທີສົບໃຫ້ຜູ້ຖືກເຄາະຮ້າຍ 60 ຄົນ, ແມ່ນຜູ້ບັນຊາການຂັ້ນສູງ, ນັກວິທະຍາສາດນິວເຄຼຍ ແລະ ລູກສອນໄຟ, ພ້ອມກັບສາມັນຊົນທີ່ເສຍຊີວິດໃນການປະທະກັນເປັນເວລາ 12 ວັນກັບ ອິດສະຣາແອັນ. ຜູ້ເຂົ້າຮ່ວມພິທີສົບໄດ້ຢືນລຽນແຖວຢູ່ບັນດາຖະໜົນພາໄປເຖິງສະໜາມຫຼວງ Enghelab ຢູ່ນະຄອນຫຼວງ Tehran ຂອງ ອີຣານ, ຫຼັງຈາກນັ້ນໄປພ້ອມກັບລົດລາກໄປສະໜາມຫຼວງ Azadi ຫ່າງຈາກນັ້ນ 2-3 ກມ. ທ່ານປະທານາທິບໍດີ ອີຣານ Masoud Pezeshkian ພ້ອມກັບເຈົ້າໜ້າທີ່ຂັ້ນສູງລັດຖະບານ ແລະ ບັນດາຜູ້ບັນຊາການທະຫານໄດ້ເຂົ້າຮ່ວມເຫດການ.
ຕາມສື່ມວນຊົນແຫ່ງລັດ ອີຣານ ແລ້ວ, ໃນຈຳນວນ 60 ຄົນເສຍຊີວິດໃນການປະທະກັນເປັນເວລາ 12 ວັນກັບ ອິດສະຣາແອັນ ນັ້ນ, ຢ່າງໜ້ອຍສຸດມີນັກວິທະຍາສາດ 16 ຄົນ ແລະ ຜູ້ບັນຊາການທະຫານຂັ້ນສູງ, ພ້ອມກັບແມ່ຍິງ 4 ຄົນ ແລະ ເດັກ 4 ຄົນເສຍຊີວິດ.

