ວັນທີ 21 ທັນວາ, ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ຢັ້ງຢືນວ່າ ປະເທດນີ້ໄດ້ຢຸດຕິບັນດາຊ່ອງຕິດຕໍ່ກັບທ່ານ Steve Witkoff, ທູດພິເສດ ອາເມລິກາ ໃນຫຼາຍເດືອນກ່ອນ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ໃຫ້ຮູ້ວ່າ ອີຣານ ຍັງຊັ່ງຊາກໍລະນີ ບັນລຸຂໍ້ຕົກລົງກັບ ອາເມລິກາ ຜ່ານທາງການທູດ, ດ້ວຍເງື່ອນໄຂ “ຍຸຕິທຳ ແລະ ດຸ່ນດ່ຽງ”.
ກ່າວຄຳເຫັນທີ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ ຢູ່ນອກການຢ້ຽມຢາມ ລັດເຊຍ, ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ເຜີຍໃຫ້ຮູ້ວ່າ ອີຣານ ແລະ ອາເມລິກາ ເຄີຍດຳເນີນການເຈລະຈາເປັນ 5 ຄັ້ງ ແລະ ຄາດວ່າ 2 ຝ່າຍຈະດຳເນີນການເຈລະຈາຮອບທີ 6 ໃນວັນທີ 15 ມີຖຸນາ. ເຖິງຢ່າງໃດກໍ່ຕາມ, ບັນດາການບຸກໂຈມຕີໂດຍບັງເອີນຂອງ ອິດສະຣາແອັນ ແລະ ຫຼັງຈາກນັ້ນແມ່ນມີການເຂົ້າຮ່ວມຂອງ ອາເມລິກາ ໄດ້ເຮັດໃຫ້ວິວັດທະນາການນີ້ຖືກຂາດວັກຂາດຕອນ. ແລະກໍ່ຕາມນັກການທູດ ອີຣານ ທ່ານນີ້ແລ້ວ, ປະເທດນີ້ພ້ອມແລ້ວຈະກັບຄືນໂຕະເຈລະຈາກັບ ອາເມລິກາ ແຕ່ບໍ່ຍອມຖືກຈັດວາງເງື່ອນໄຂຕ່າງໆ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
